Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານພາລາທິການ, ເຜີຍແຜ່ ຄູ່ມືພະລາທິການ ໃນພາວະສຸກເສີນໄພພິບັດ, ຜົນການສຳຫຼວດສາງ ແລະ ນິຕິກຳຄຸ້ມຄອງດ້ານຢາ

ປະກາດວັນທີ: 11/09/2023 | ຜູ້ປະກາດ: Xiong

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານພາລາທິການ, ເຜີຍແຜ່ ຄູ່ມືພະລາທິການ ໃນພາວະສຸກເສີນໄພພິບັດ, ຜົນການສຳຫຼວດສາງ ແລະ ນິຕິກຳຄຸ້ມຄອງດ້ານຢາ

ໃນລະຫວ່າງວັນທີ 23-25 ສິງຫາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານພາລາທິການ, ເຜີຍແຜ່ ຄູ່ມືພະລາທິການໃນພາວະສຸກເສີນໄພພິບັດ, ຜົນການສຳຫຼວດສາງ ແລະ ນິຕິກຳຄຸ້ມຄອງດ້ານຢາ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ສຸລິສັກ ສຸນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ. ເຊິ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກ ກົມຄວບຄຸມພະຍາດຕິດຕໍ່, ກົມອະນາໄມ-ສົ່ງເສີມສຸຂະພາບ, ຂະແໜງອາຫານ ແລະ ຢາ ຂະແໜງປີ່ນປົວ ແລະ ຟື້ນຟູໜ້າທີ່ການ ຂະແໜງວິເຄາະ  ຂະແໜງລະບາດວິທະຍາ  ຂະແໜງສົ່ງເສີມສຸຂະພາບ ທີ່ມາຈາກນະຄອນຫຼວງ ແລະ 17 ແຂວງ, ອົງການ CHAI, ຊ່ຽວຊານພະລາທິການ ແລະ ພະນັກງານຈາກກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ 109 ທ່ານ.

ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາຂ່າວສານ, ກົມອາຫານ ແລະ ຢາ
ໃນລະຫວ່າງວັນທີ 23-25 ສິງຫາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານພາລາທິການ, ເຜີຍແຜ່ ຄູ່ມືພະລາທິການໃນພາວະສຸກເສີນໄພພິບັດ, ຜົນການສຳຫຼວດສາງ ແລະ ນິຕິກຳຄຸ້ມຄອງດ້ານຢາ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ສຸລິສັກ ສຸນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ. ເຊິ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກ ກົມຄວບຄຸມພະຍາດຕິດຕໍ່, ກົມອະນາໄມ-ສົ່ງເສີມສຸຂະພາບ, ຂະແໜງອາຫານ ແລະ ຢາ ຂະແໜງປີ່ນປົວ ແລະ ຟື້ນຟູໜ້າທີ່ການ ຂະແໜງວິເຄາະ  ຂະແໜງລະບາດວິທະຍາ  ຂະແໜງສົ່ງເສີມສຸຂະພາບ ທີ່ມາຈາກນະຄອນຫຼວງ ແລະ 17 ແຂວງ, ອົງການ CHAI, ຊ່ຽວຊານພະລາທິການ ແລະ ພະນັກງານຈາກກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ 109 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານພະລາທິການທີ່ຜ່ານມາ, ເຜີຍແຜ່ຄູ່ມືພະລາທິການໃນພາວະສຸກເສີນໄພພິບັດ, ຜົນການສຳຫຼວດສາງ ແລະ ນິຕິກຳຄຸ້ມຄອງຢາ ແລະ ປຶກສາຫາລືວາງແຜນຈັດຕັ້ງປະຕິບັດໃນຕໍ່    ໝ້າ. ໃນກອງປະຊຸມໄດ້ນຳສະເໜີການຈັດຕັ້ງປະຕິບັດ ແລະ ການປະສານງານວຽກງານພະລາທິການທີ່ຜ່ານມາ ຂອງພາກສ່ວນຈາກສູນກາງມີ ກົມອາຫານ ແລະ ຢາ, ກົມຄວບຄຸມພະຍາດຕິດຕໍ່, ສູນສະໜອງຢາ ແລະ ອູປະກອນການແພດ. ພາກສ່ວນແຂວງມີ 05 ແຂວງ ນຳສະ ເໜີງານວຽກງານພະລາທິການທີ່ຜ່ານມາມີແຂວງເຊກອງ, ຄຳມ່ວນ, ຫົວພັນ, ຫຼວງພະບາງ ແລະ ບໍລິຄຳໄຊ. ເຜີຍແຜ່ຄູ່ມີພະລາທິການ ແລະ ຜົນການສຳຫຼວດສາງ, ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຂື້ນທະບຽນ ແລະ ຈົດແຈ້ງອຸປະກອນການແພດ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຜະລິດຕະພັນເຄື່ອງສຳອາງ, ຂໍ້ຕົກລົງວ່າດ້ວຍການຂື້ນທະບຽນຢາພື້ນເມືອງ, ຂໍ້ຕົກລົງວ່າດ້ວຍກາຂື້ນທະບຽນຜະລິດຕະພັນເສີມສຸຂະພາບ ແລະ ເຜີຍແຜ່ຂໍຕົກລົງວ່າດ້ວຍການຄຸ້ມຄອງພືດປໍແກ້ວ ນຳໃຊ້ທາງການແພດ ແລະ ເປັນສິນຄ້າ, ມີຫົວຂໍ້ການສົນທະນາ ແລກປ່ຽນ ແລະ ມີຄຳຄິດຄຳເຫັນຮ່ວມກັນ ຈາກສູນກາງ ແລະ ແຂວງ ເພື່ອໃຫ້ຮັບຮູ້ເຖິງບັນຫາ ແລະ ຊ່ວຍກັນປຶກສາຫາລືແກ້ໄຂບັນຫາຮ່ວມກັນ. 

ທ່ານປະທານໄດ້ກ່າວຂອບໃຈບັນດາທ່ານທີ່ມາຮ່ວມກອງປະຊຸມ ໄດ້ມີຫຼາຍເອກະສານທີ່ຫຼາຍທ່ານໄດ້ປະກອບສ່ວນຄົ້ນຄວ້າມີຄຳເຫັນລ້ວນແຕ່ມີເຫດຜົນ ແລະ ເປັນປະໂຫຍດໃຫ້ແກ່ຄະນະຈັດຕັ້ງກອງປະຊຸມ ເພື່ອນຳເອົາໄປຄົ້ນຄິດພິຈາລະນາ, ໃຫ້ແຕ່ລະແຂວງນໍາເອົາບົດຮຽນຈາກປື້ມມືພະລາທິການໃນພາວະສຸກເສີນໄພພິບັດມານຳໃຊ້ໃຫ້ເກີດປະໂຫຍດທີ່ສຸດ.

 

porn videos sex videos
← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA