Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ກອງປະຊຸມສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານກຳມະບານປະຈຳປີ 2023, ທິດທາງແຜນການປີ 2024 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານ ກົມອາຫານ ແລະ ຢາ ໃນວັນທີ 21 ມີນາ 2024

ປະກາດວັນທີ: 26/03/2024

ກອງປະຊຸມສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານກຳມະບານປະຈຳປີ 2023, ທິດທາງແຜນການປີ 2024 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານ ກົມອາຫານ ແລະ ຢາ ໃນວັນທີ 21 ມີນາ 2024. ໂດຍການເປັນປະທານຂອງທ່ານ ປະລິນຍາເອກ ດຣ ບຸນເລື່ອນ ດວງເດືອນ ຮອງປະທານກຳມະບານຮາກຖານ ກະຊວງສາທາລະນະສຸກ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືຶອງ, ທ່ານ ປະລິນຍາເອກ ດຣ ບຸນຊູ ແກ້ວຫາວົງ ຄະນະພັກກະຊວງສາທາລະນະສຸກ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ ສຸກສົມຄວນ ຈັນທະມາດ ເລຂາພັກຮາກຖານ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີສະມາກຊິກກຳມະບານຮາກຖານຂອງກົມອາຫານ ແລະ ຢາ ລວມທັງໝົດ....ສະຫາຍ

 

 

ກອງປະຊຸມສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານກຳມະບານປະຈຳປີ 2023,

ທິດທາງແຜນການປີ 2024 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າ

ຂອງກຳມະບານຮາກຖານ ກົມອາຫານ ແລະ ຢາ

ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ

          ກອງປະຊຸມສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານກຳມະບານປະຈຳປີ 2023, ທິດທາງແຜນການປີ 2024 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານ ກົມອາຫານ ແລະ ຢາ ໃນວັນທີ 21 ມີນາ 2024. ໂດຍການເປັນປະທານຂອງທ່ານ ປະລິນຍາເອກ ດຣ ບຸນເລື່ອນ ດວງເດືອນ ຮອງປະທານກຳມະບານຮາກຖານ ກະຊວງສາທາລະນະສຸກ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືຶອງ, ທ່ານ ປະລິນຍາເອກ ດຣ ບຸນຊູ ແກ້ວຫາວົງ ຄະນະພັກກະຊວງສາທາລະນະສຸກ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ ສຸກສົມຄວນ ຈັນທະມາດ ເລຂາພັກຮາກຖານ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີສະມາກຊິກກຳມະບານຮາກຖານຂອງກົມອາຫານ ແລະ ຢາ ລວມທັງໝົດ....ສະຫາຍ

  

          ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານກຳມະບານປະຈຳປີ 2023, ທິດທາງແຜນການປີ 2024 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານ ກົມອາຫານ ແລະ ຢາ, ໃນກອງປະຊຸມແມ່ນໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກຳມະບານປະຈຳປີ 2023 ແລະ ທິດທາງແຜນການປີ 2024 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານຮາກຖານ ກົມອາຫານ ແລະ ຢາ, ໄດ້ຜ່ານຂໍ້ຕົກລົງຂອງປະທານກຳມະບານກະຊວງສາທາລະນະສຸກ ເລກທີ 136/ກບ, ລົງວັນທີ 29 ທັນວາ 2023 ວ່າດ້ວຍການຢັ້ງຢືນ 5 ເປັນເຈົ້າໃຫ້ແກ່ຮາກຖານທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານ,  ຜ່ານຂໍ້ຕົກລົງຂອງປະທານກຳມະບານກະຊວງສາທາລະນະສຸກ ເລກທີ 170/ກບ.ສທ, ລົງວັນທີ 29 ທັນວາ 2023 ວ່າດ້ວຍການຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານໃນປີ 2023 ທີ່ຜ່ານມາ ແລະ ເຜີຍແຜ່ເອກະສານວັນສ້າງຕັ້ງກຳມະບານ ຄົບຮອບ 68 ປີ. ຫຼັງຈາກນັ້ນ, ໄດ້ມີການມອຍໃບຢັ້ງຢືນຮາກຖານດີເດັ່ນ ແລະ ຍ້ອງບໍໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ປະຈຳປີ 2023 ແລ້ວຜ່ານເນື້ອໃນ 5 ເປັນເຈົ້າ ແລະ ສືບຕໍ່ຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າ

  

ທ່ານປະທານມີຄຳເຫັນຕໍ່ບົດສະຫຼຸບປະຈຳປີ ພ້ອມທັງໃຫ້ທິຊີ້ນຳໃນຕໍ່ວຽກງານ ແລະ ໄດ້ກ່າວຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃຫ້ສະມາຊິກແຕ່ລະສະຫາຍສືບຕໍ່ເປັນເຈົ້້າການ ແລະ ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນເອງກໍ່ຄືອົງການຈັດຕັ້ງໂດຍໄດ້ອີງໃສ່ເນື້ອໃນຂໍ້ແຂງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ

 

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA