ກອງປະຊຸມຖອດຖອນບົດຮຽນໃນການກະກຽມການຈັດຕັ້ງປະຕິບັດ ການສອບເສັງລະດັບຊາດຂອງຄະນະວິຊາຊີບເພສັຊກັມ ວັນທີ 29 ມີນາ 2024
ປະກາດວັນທີ: 01/04/2024
|
ໃນວັນທີ 29 ມີນາ 2024 ໄດ້ຈັດກອງປະຊຸມຖອດຖອນບົດຮຽນໃນການກະກຽມ ການຈັດຕັ້ງ ປະຕິບັດ ການສອບເສັງລະດັບຊາດ ເພື່ອອອກໃບປະກອບວິຊາຊີບໃຫ້ແກ່ຜູ້ທີ່ສຳເລັດການສຶກສາ ວິຊາເພສັຊສາດລະດັບປະລິນຍາຕີ ແລະ ລຸ່ມປະລີນຍາຕີ ໃນປີ 2024. ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ. ໂດຍການເປັນປະທານຂອງ ທ່ານ ສຈ.ພິເສດ ດຣ ຖະໜອມ ອິນສານ ຫົວໜ້າຄະນະ ກຳມະການວິຊາຊີບເພສັຊກັມ. ໃຫ້ກຽດເຂົ້າຮ່ວມກອງປະຊູມໃນຄັ້ງນີ້ມີ ທ່ານ ສຈ ປອນເມກ ດາລາລອຍ ປະທານສະພາ ຄຸ້ມຄອງວິຊາຊີບປິ່ນປົວ, ບັນດາທ່ານໃນຄະນະກຳມະການວິຊາຊີບເພສັຊກັມ, ຜູ້ຕາງໜ້າຈາກບອດທ່ານໝໍ, ບອດພະຍາບານ ແລະ ຜະດຸງຄັນ, ຄະນະພະແນກການຢາ ແລະ ອຸປະກອນການແພດ, ອາຈານອາວຸໂສ, ຄູອາຈານ ຄະນະເພສັຊສາດ ເຂົ້າຮ່ວມລວມທັງໝົດ 45 ທ່ານ |

