Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ກອງປະຊຸມປຶກສາຫາລື ແລະ ທົບຫວນຄືນກ່ຽວກັບວຽກງານການຮັບປະກັນການມີຢາ ແລະ ຜະລິດພັນການແພດ ການເກັບຮັກສາ ແລະ ການແຈກຢາຍ ຮ່ວມກັບບັນດາຄະນະກຳມະການສະເພາະກິດດ້ານວິຊາການ ວັນທີ 4 ເມສາ 2024

ປະກາດວັນທີ: 05/04/2024

ໃນຕອນບ່າຍຂອງວັນທີ 4 ເມສາ 2024 ກອງປະຊຸມປຶກສາຫາລື ແລະ ທົບຫວນຄືນກ່ຽວກັບວຽກງານການຮັບປະກັນການມີຢາ ແລະ ຜະລິດພັນການແພດ ການເກັບຮັກສາ ແລະ ການແຈກຢາຍ ຮ່ວມກັບບັນດາຄະນະກຳມະການສະເພາະກິດດ້ານວິຊາການທີ່ຫ້ອງປະຊຸມກະຊວງສາທາລະນະສຸກ. ໂດຍການເປັນປະທານຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ປອ. ດຣ ສຸລິສັກ ສູນວໍລະວົງ ຫົວໜ້າກົມອາຫານ ແລະ ຢາ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫ້ອງການກະຊວງສາທາລະນະສຸກ, ຫ້ອງການປະກັນສຸຂະພາບ, ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມແຜນການ ແລະ ການເງິນ, ສູນຕ້ານເອດ, ສູນແມ່ ແລະ ເດັກ, ສູນໂພຊະນາການ, ສູນວັນນະໂລກ, UNFPA ແລະ ບັນດາທ່ານຈາກພະແນກການພາຍໃນ ກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ 23 ທ່ານ.

 

ກອງປະຊຸມປຶກສາຫາລື ແລະ ທົບທວນຄືນກ່ຽວກັບວຽກງານຮັບປະກັນການມີຢາ ແລະ ຜະລິດຕະພັນການແພດ,

ການເກັບຮັກສາ ແລະ ການແຈກຢາຍ ຮ່ວມກັບບັນດາຄະນະກຳມະການສະເພາະກິດດ້ານວິຊາການ

ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ, ກົມອາຫານ ແລະ ຢາ

          ໃນຕອນບ່າຍຂອງວັນທີ 4 ເມສາ 2024 ກອງປະຊຸມປຶກສາຫາລື ແລະ ທົບຫວນຄືນກ່ຽວກັບວຽກງານການຮັບປະກັນການມີຢາ ແລະ ຜະລິດພັນການແພດ ການເກັບຮັກສາ ແລະ ການແຈກຢາຍ ຮ່ວມກັບບັນດາຄະນະກຳມະການສະເພາະກິດດ້ານວິຊາການທີ່ຫ້ອງປະຊຸມກະຊວງສາທາລະນະສຸກ. ໂດຍການເປັນປະທານຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ປອ. ດຣ ສຸລິສັກ ສູນວໍລະວົງ ຫົວໜ້າກົມອາຫານ ແລະ ຢາ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫ້ອງການກະຊວງສາທາລະນະສຸກ, ຫ້ອງການປະກັນສຸຂະພາບ, ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມແຜນການ ແລະ ການເງິນ, ສູນຕ້ານເອດ, ສູນແມ່ ແລະ ເດັກ, ສູນໂພຊະນາການ, ສູນວັນນະໂລກ, UNFPA ແລະ ບັນດາທ່ານຈາກພະແນກການພາຍໃນ ກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ 23 ທ່ານ.

  

          ຈຸດປະສົງຂອງກອງປະຊຸມ ເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຕ່ລະແຜນການນັບແຕ່ກອງປະຊຸມຄັ້ງຜ່ານມາ ວັນທີ 27 ຕຸລາ 2023 ມາຮອດປະຈຸບັນ, ເພື່ອຮັບປະກັນການມີຢາ ແລະ ຜະລິດຕະພັນການແພດ (ຢາວາງແຜນຄອບຄົວ ແລະ ຢສໂພຊະນາການ), ສົນທະນາກ່ຽວກັບການຂື້ນແຜນຄວາມຕ້ອງການຢາວາງແຜນຄອບຄົວ ແລະ ໂພຊະນາການ, ປຶກສາຫາລືບັນຫາທີ່ຍັງຄົງຄ້າງ-ສິ່ງທີ່ທ້າທາຍ ແລະ ວາງແຜນຈັດຕັ້ງປະຕິບັດແຕ່ລະໜ້າວຽກ ແລະ ບັນຫາອື່ນໆ ເພື່ອເພີ່ມທະວີວຽກງານການປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງ. ເຊີ່ງຜູ້ເຂົ້າຮ່ວມກອງປະຊຸມໄດ້ມີຄຳຄິດເຫັນ ຄຳສະເໜີ ໃນການປະຕິບັດວຽກງານເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານໃຫ້ເປັນເອກະພາບກັນ.

          ທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ໄດ້ກ່າວຊົມເຊີຍບັນດາທ່ານຕໍ່ການປະກອບຄຳເຫັນໃນກອງປະຊຸມ, ໃຫ້ເອົາໃຈໃສ່ໃນການນຳໃຊ້ລະບົບ M-Supply ເພື່ອໃຫ້ມີການຕິດຕາມຢາໄດ້ສະດວກ ແລະ ງ່າຍຕໍ່ການສະຫຼຸບ, ໃຫ້ຄະນະສົ່ງບົດບັນທຶກ ໃນຄັ້ງນີ້ໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມ.

 

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA