Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ກອງປະຊຸມ ປຶກສາຫາລືກ່ຽວກັບ ຮາງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ

ປະກາດວັນທີ: 07/04/2025 | ຜູ້ປະກາດ: Xiong

ກອງປະຊຸມ ປຶກສາຫາລືກ່ຽວກັບ ຮາງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໄດ້ຈັດຂຶ້ນ ລະຫວ່າງວັນທີ 4-5 ເມສາ 2025 ທີ່ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນກະຊວງຍຸຕິທໍາ ແລະ ທ່ານ ນາງ ດຣ. ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະສຸກ ແລະ ມີຫົວໜ້າກົມ, ຮອງກົມ, ຄະນະພະແນກ, ຮອງພະແນກ ແລະ ວິຊາການ ແລະ ຄະນະຮັບຜິດຊອບຮ່າງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ຫ້ອງວ່າການສໍານັກນາຍົກລັດຖະມົນ, ສະພາແຫ່ງຊາດ, ກະຊວງສາທາລະນະສຸກ ແລະ ກະຊວງຍຸຕິທໍາ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ກອງປະຊຸມ ໄດ້ຄົ້ນຄວ້າປຶກສາຫາລື ຕໍ່ກັບຄໍາເຫັນຂອງສະມາຊິກລັດຖະບານ ທີ່ໄດ້ ປະກອບໃສ່ຕໍ່ຮ່າງກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໃນວາລະກອງປະຊຸມ ລັດຖະບານ ສະໄໝສາມັນ ເດືອນ ມີນາ 2025. ຜ່ານມາ ເພື່ອສືບຕໍ່ປັບປຸງຮ່າງດັ່ງກ່າວ ໃຫ້ຄົບຖ້ວນ ແລະ ສອດຄ່ອງຍິ່ງຂຶ້ນກ່ອນນໍາສະເໜີ ສະພາແຫ່ງຊາດພິຈາລະນາ ຊຶ່ງຄາດວ່າຮ່າງກົດໝາຍສະບັບດັ່ງກ່າວຈະໄດ້ນໍາເຂົ້າຜ່ານ ກອງປະຊຸມສະໄໝສາມັນຄັ້ງທີ X ຂອງສະພາແຫ່ງຊາດຊຸດທີ່ IX ລະຫວ່າງເດືອນ ມີນາ 2025.

ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໄດ້ສ້າງຂຶ້ນໃນປີ 2000 ຊຶ່ງເປັນກົດໝາຍສະບັບທໍາອິດຂອງຂົງເຂດວຽກງານສາທາລະນະສຸກ, ກົດໝາຍດັ່ງກ່າວ ແມ່ນໄດ້ ຮັບການປັບປຸງຄັ້ງທີ່ໜຶ່ງ ໃນປີ 2011, ກົດໝາຍສະບັບດັ່ງກ່າວ ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງມີຜົນສໍາເລັດ, ຫຼາຍມາດຕາ, ຫຼາຍເນື້ອໃນ ໄດ້ຮັບການ ຜັນຂະຫຍາຍ ເປັນນິຕິກໍາອັນລະອຽດ ໃນການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ຊຶ່ງສາມາດ ຮັບປະກັນຄຸນນະພາບ ແລະ ຄວາມປອດໄພໂດຍພື້ນຖານ. ເຖິງຢ່າງໃດກໍ່ຕາມ ເຫັນວ່າຍັງມີຂໍ້ຄົງຄ້າງຫຼາຍຢ່າງ ລວມທັງ ເນື້ອໃນກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ຍັງບໍ່ທັນມີເນື້ອໃນມາດຕາ ຄົບຖ້ວນ ເທົ່າທີ່ຄວນ ເຮັດໃຫ້ຫຼາຍວຽກງານບໍ່ໄດ້ຮັບການຄຸ້ມຄອງທົ່ວເຖິງ. ຮ່າງກົດໝາຍສະບັບປັບປຸງ ແມ່ນໄດ້ ປັບປຸງເນື້ອໃນຄືນ ແລະ ເພີ້ມຫຼາຍໆ ມາດຕາ ໃໝ່ ຫຼາຍສົມຄວນ ເພື່ອໃຫ້ຄອບຄຸມເອົາວຽກງານຕ່າງໆ ທີ່ກ່ຽວຂ້ອງ ໃນການຮັບປະກັນມາດຕະຖານ, ຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນ.

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA