Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ ໄດ້ຈັດຂຶ້ນໃນວັນທີ 20-22 ມິຖຸນາ 2025, ນະຄອນຫລວງວຽງຈັນ.

ປະກາດວັນທີ: 23/05/2025 | ຜູ້ປະກາດ: Xiong

ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ ໄດ້ຈັດຂຶ້ນໃນວັນທີ 20-22 ມິຖຸນາ 2025, ນະຄອນຫລວງວຽງຈັນ.

ໂດຍການເປັນປະທານຂອງທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຄິຢອງ ມີ ຄິມ, ຜູ້ຕາງຫນ້າ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປລາວ, ທ່ານ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ບັນດາ ທ່ານ ຫົວໜ້າ ກົມ, ຄະນະກົມ, ກອງ, ສູນ ຈາກ ກະຊວງສາທາລະນະສຸກ, ກະສິກຳ ແລະ ປ່າ ໄມ້, ອຸດສາຫະກຳແລະການ ຄ້າ, ກະຊວງ ການ ຕ່າງປະ ເທດ, ສະພາແຫ່ງຊາດ ກໍເຂົ້າຮ່ວມ.

ກອງປະຊຸມນີ້ແມ່ນ ກອງ ປະຊຸມລະດັບ ຊາດ ຄັ້ງ ທີ 2 ກ່ຽວ ກັບ ວຽກງານ Codex ຢູ່ ສປປ ລາວ ທີ່ຖືກຈັດຂຶ້ນໂດຍ ອົງການ FAO ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງຫມັ້ນ ພະຍາຍາມຂອງພວກເຮົາຕໍ່ກັບການສ້າງມາດຕະຖານຄວາມປອດໄພທາງດ້ານອາຫານ ໃຫ້ແທດເຫມາະກັບມາດຕະຖານສາກົນ.

ເຊິ່ງເນື້ອໃນຈິດໃຈອັນສຳຄັນຂອງກອງປະຊຸມນີ້ແມ່ນຈະສຸມໃສ່ການສ້າງຈິດສຳນຶກໃຫ້ແກ່ເຈົ້າໜ້າທີ່ລະດັບສູງຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ມີບົດບາດສຳຄັນທາງດ້ານການເມືອງທີ່ຈະຊີ້ນຳ ແລະ ຍົກລະດັບວຽກງານ Codex ໃຫ້ເປັນວຽກບຸລິມະສິດແຫ່ງຊາດ. ສະນັບສະໜູນການເຂົ້າມີສ່ວນຮ່ວມໃນວຽກງານ Codex ຢ່າງມີປະສິດທິຜົນ. ສ້າງ ແລະ ພັດທະນາມາດຕະຖານຄວາມປອດໄພອາຫານແຫ່ງຊາດ ໃຫ້ສອດຄ່ອງກັບບັນດາຂໍ້ແນະນຳ ແລະ ຄຳແນະນຳຂອງມາດຕະຖານສາກົນ. ໃນຖານະເປັນສະມາຊິກ ອົງການການຄ້າໂລກ ຫລື WTO, ການເຊື່ອມສານ ແລະ ສອດຄ່ອງກັບມາດຕະຖານສາກົນ ແມ່ນມີຄວາມສຳຄັນ ແລະ ຈຳເປັນຫຼາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ອຸດສາຫະກຳພາຍໃນໃຫ້ເປັນສ່ວນໜຶ່ງຂອງຕ່ອງໂສ້ການສະໜອງອາຫານໃນທົ່ວໂລກ. ພ້ອມກັນນັ້ນກໍ່ຍັງຊ່ວຍເພີ່ມຄວາມສາມາດໃນການແຂ່ງຂັນທາງການຄ້າໃນລະດັບພາກພື້ນ ແລະ ສາກົນ ໃຫ້ແກ່ ສປປລາວ. ນອກຈາກນີ້, ຍັງເປັນການສ້າງຄວາມເຊື່ອຫມັ້ນຂອງຜູ້ບໍລິໂພກໃນຜະລິດຕະພັນອາຫານຂອງພວກເຮົານຳອີກ.

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA