ກົດໝາຍວ່າດ້ວຍອາຫານ ສະບັບປັບປຸງ ຈະໄດ້ຮັບການເຜີຍແຜ່ສໍາເລັດໃນຂອບເຂດທົ່ວປະເທດ
ປະກາດວັນທີ: 23/12/2015 | ຜູ້ປະກາດ: Xiong T
ປັບປຸງວັນທີ: 31/01/2016 | ຜູ້ປັບປຸງ: Xiong T
![]() |
| ໃນຕົ້ນເດືອນຕຸລາ ເປັນຕົ້ນມາ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດຕັ້ງກອງປະຊຸມ ເຜີຍແຜ່ກົດໝາຍວ່າດ້ວຍ ອາຫານ ສະບັບປຸງ ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013 ຂຶ້ນ ແລະ ມາຮອດປະຈຸບັນ ໄດ້ສໍາເລັດການເຜີຍແຜ່ ຢູ່ 6 ແຂວງ ຄື: ແຂວງ ຫລວງພະບາງ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.... |
|
ກົດໝາຍວ່າດ້ວຍອາຫານ ໄດ້ຮັບການເຜີຍແຜ່ໃນຂອບເຂດທົ່ວປະເທດ ບົດຂ່າວໂດຍ: ພະແນກຄຸມຄອງອາຫານ
ເນື່ອງຈາກການຂະຫຍາຍຕົວທາງດ້ານເສດຖະກິດ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ການເຊື່ອມໂຍງທາງດ້ານການຄ້າ ພາຍໃນຂົງເຂດ, ພາກພື້ນ ແລະ ສາກົົນ ນັບມືນັບຫລາຍຂຶ້ນ ເຊິ່ງມີຄວາມຈໍາເປັນໃນການປັບປຸງ ກົດໝາຍສະບັບດັ່ງກ່າວ ໃຫ້ມີຄວາມສອດຄ່ອງ. ກົດໝາຍວ່າດ້ວຍອາຫານ ສະບັບປັບປຸງນີ້ ປະກອບມີ 85 ມາດຕາ ຊຶ່ງໃນນັ້ນ 32 ມາດຕາ ແມ່ນມາດຕາເກົ່າ ທີ່ຮັບການໄດ້ປັບປຸງຄືນ ແລະ 48 ມາດຕາ ແມ່ນມາດຕາໃໝ່ທັງໝົດ ທີ່ໄດ້ກວມ ເອົາທຸກບັນຫາ ທີ່ຕິດພັນກັບ ມາດຕະຖານ, ຄຸນນະພາບ, ຄວາມປອດໄພ ແລະ ກວາມເອົາການແກ້ໄຂບັນຫາເອົາລັດເອົາປຽບ, ການແກ້ໄຂຄໍາຮ້ອງຮຽນ, ຂໍ້ຂັດແຍ່ງ, ການປະນີປະນອມ ແລະ ອື່ນໆ ຊຶ່ງມີໜ່ວຍງານຂອງລັດ ເປັນໃຈກາງໃນການດໍາເນີນການແກ້ໄຂຢ່າງເປັນທໍາ. ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບປັບປຸງ, ຍັງມີຄວາມຈໍາເປັນ ຕ້ອງໄດ້ສືບຕໍ່ປັບປຸງບັນດາລະບຽບການຕ່າງໆ ສະເພາະ ຫລາຍໆສະບັບ ທີ່ມີແລ້ວ ແລະ ຈະຕ້ອງໄດ້ພັດນາໃໝ່ ເພື່ອໃຫ້ລະອຽດ ແລະ ສອດຄ່ອງ ເປັນຕົ້ນ ຂໍ້ຕົກລົງວ່າດ້ວຍ ການຈົດທະບຽນອາຫານ, ສະຫລາກອາຫານ, ການໂຄສະນາ ແລະ ມາດຕະການການປັບໃໝ ແລະ ອື່ນໆ.
|

ກົດໝາຍວ່າດ້ວຍອາຫານ ໄດ້ຮັບການພັດທະນາ ທໍາອິດ ແມ່ນໃນປີ 2003 ແລະ ຫລັງຈາກນັ້ນ ບັນດານິຕິກໍາລຸ່ມກົດ ໝາຍ ຫລື ລະບຽບການຕ່າງໆ ຂັ້ນກະຊວງ ໃນການຄຸ້ມຄອງ ໂດຍສະເພາະການຄຸ້ມຄອງອາຫານ ກໍ່ໄດ້ຮັບການປັບປຸງ ແລະ ພັດທະນາຂຶ້ນໃໝ່ ຈໍານວນໜຶ່ງ ເພື່ອຜັນຂະຫຍາຍໃຫ້ເປັນອັນລະອຽດ ເປັນເຄື່ອງມື ອໍານວຍຄວາມສະດວກ ໃຫ້ແກ່ເຈົ້າໜ້າທີ່ຄຸ້ມຄອງຂອງຂະແໜງສາທາລະນະສຸກ ນັບທັງສູນກາງ ແລະ ແຂວງ ໄດ້ນໍາໄປຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ຄຸນນະພາບ ແລະ ຄວາມປອດໄພດ້ານອາຫານ ເພື່ອປົກປ້ອງຜູ້ບໍລິໂພກ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ດ້ານອາຫານ ເປັນຕົ້ນ: ຜູ້ຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍ ແລະ ອົງການຈັດຕັ້ງອື່ນໆ ທີ່ກ່ຽວຂ້ອງ ໄດ້ປະຕິບັດຢ່າງເຄັ່ງຄັດ..jpg)