ກະຊວງສາທາລະນະສຸກ ແລະ ອົງການ CHAI ລົງນາມ MOU ຂອງໂຄງການສ້າງຄວາມເຂັ້ມແຂງໃນວຽກງານເຝົ້າລະວັງ, ປ້ອງກັນ ແລະ ຕອບໂຕ້ ດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມ
ປະກາດວັນທີ: 28/02/2026 | ຜູ້ປະກາດ: Souksomkhuan Chanthamath
ປັບປຸງວັນທີ: 28/02/2026 | ຜູ້ປັບປຸງ: Souksomkhuan Chanthamath
ກະຊວງສາທາລະນະສຸກ ໄດ້ຈັດພິທີລົງນາມບົດບັນທຶກເຂົ້າໃຈລະຫວ່າງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ອົງການ CHAI ປະຈຳ ສປປ ລາວ ຂອງໂຄງການສ້າງຄວາມເຂັ້ມແຂງໃນວຽກງານເຝົ້າລະວັງ, ປ້ອງກັນ ແລະ ຕອບໂຕ້ ດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າໃນ ສປປ ລາວ
|
ກະຊວງສາທາລະນະສຸກ ໄດ້ຈັດພິທີລົງນາມບົດບັນທຶກເຂົ້າໃຈລະຫວ່າງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ອົງການ CHAI ປະຈຳ ສປປ ລາວ ຂອງໂຄງການສ້າງຄວາມເຂັ້ມແຂງໃນວຽກງານເຝົ້າລະວັງ, ປ້ອງກັນ ແລະ ຕອບໂຕ້ ດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າໃນ ສປປ ລາວ. ໂຄງການນີ້ແມ່ນໂຄງການຊ່ວຍເຫຼືອດ້ານວິຊາການ ແລະ ງົບປະມານ ຈາກລັດຖະບານ Australia ໂດຍມີ Clinton Health Access Initiative (CHAI) ເປັນຜູ້ບໍລິຫານໂຄງການ ແລະ ຮ່ວມມືຢ່າງໃກ້ຊິດກັບ ກົມອາຫານ ແລະ ຢາ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຍົກລະດັບລະບົບກນເຝົ້າລະວັງ, ປ້ອງກັນ, ໂຕ້ຕອບດ້ານຄວາມປອດໄພອາຫານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ໃນ ສປປ ລາວ. ກ່ອນການຈັດຕັ້ງປະຕິບັດຈະຖືກດໍາເນີນຜ່ານການລົງນາມ MOU ລະຫວ່າງ ອົງການ (CHAI) ປະຈໍາ ສປປ ລາວ ແລະ ຄູ່ຮ່ວມງານຫຼັກ ກົມອາຫານ ແລະ ຢາ ເພື່ອກໍານົດຂອບເຂດການຮ່ວມມືຢ່າງຊັດເຈນ. ງົບປະມານທັງໝົດ 1,500,000 ດອນລາອົດສະຕາລີ. ເພື່ອຍົກລະດັບລະບົບໂຕ້ຕອບເຫດສຸກເສີນດ້ານຄວາມປອດໄພອາຫານ, ເສີມສ້າງສະມັດຖະນະພາບການກວດກາ, ພັດທະນາຄວາມສາມາດຫ້ອງວິໄຈ ແຕ່ສູນກາງ ແລະ ຖ້ອງຖິ່ນ, ພັດທະນາລະບົບ ການສື່ສານ, ເຝົ້າລະວັງ, ປິ່ນປົວ ແລະ ແລກປ່ຽນຂໍ້ມູນ ໃຫ້ເປັນລະບົບ, ສ້າງລະບົບປະສານງານລະດັບຊາດ. ເປັນກອບການຮ່ວມມືທາງການດ້ານວິຊາການ ພາຍໃນ ແລະ ສາກົນ, ກໍານົດບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນຊັດເຈນ, ຍົກລະດັບມາດຕະຖານລະບົບຄຸ້ມຄອງຄວາມປອດໄພອາຫານລະດັບຊາດ, ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ, ສ້າງຄວາມເຊື່ອມໝັ້ນໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວ, ມຸ່ງໝັ້ນສູ່ການຄຸ້ມຄອງອາຫານທີ່ປອດໄພ ແລະ ຍືນຍົງ. ໂດຍການເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ນ. ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ລົງນາມບົດບັນທຶກໂດຍ ທ່ານ ດຣ. ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ກາແຣ໊ດ ຢັງ ຜູ້ອຳນວຍການອົງການ CHAI , ທ່ານ ນ. ເບັນຕິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດອົດສະຕາລີ ປະຈຳ ສປປ ລາວ, ທ່ານ Timothy Armstrong ຫົວໜ້າອົງການ WHO ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງກົມ, ຫ້ອງການ, ສູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. |
|
|






