ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ໜ່ວຍງານກວດກາອາຫານ ເຄື່ອນໄຫວ ຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ

ປະກາດວັນທີ: 20/01/2016 | ຜູ້ປະກາດ: Xiong T
ປັບປຸງວັນທີ: 29/01/2016 | ຜູ້ປັບປຸງ: Xiong T

ໃນລະຫ່ວາງວັນທີ 11/1/2016 ເຖິງ 23/11/2016 ໜ່ວຍ​ງານສະເພາະກິດ ກວດ​ຄວາມ​ປອດ​ໄພ​ຂອງ​ອາຫານໄດ້ເຄື່ອນໄຫວຮັບໃຊ້ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ.....

ໜ່ວຍງານກວດກາອາຫານ ເຄື່ອນໄຫວ ຮັບໃຊ້ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ

 

ໂດຍ: ນາງ ກອງມະນີ ນາມມະວົງມີໄຊ, ຫົວໜ້າພະແນກຄຸ້ມຄອງຂ່າວສານ

      ໃນລະຫ່ວາງວັນທີ 11/1/2016 ເຖິງ 23/11/2016 ໜ່ວຍ​ງານ ກວດ​ຄວາມ​ປອດ​ໄພ​ຂອງ​ອາຫານໄດ້ເຄື່ອນໄຫວຮັບໃຊ້ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຊຶ່ງປະກອບມີພະນັກງານຈາກກົມ​ອາຫານ ​ແລະ ຢາ​, ​ກອງ​ກວດກາ​ອາຫານ ​ແລະ ຢາ ​ແລະ ສູນ​ວິ​ໄຈ​ອາຫານ ​ແລະ ຢາ​ ໄດ້ລົງຊຸກຍູ້​ຕິດຕາມ​ບັນດາ​ໂຮງ​ແຮມ​ທີ່​ຜູ້​ແທນ​ຈາກ​ແຂວງ​ຕ່າງ​ເຂົ້າ​ພັກ ລວມ 15 ​ໂຮງ​​ແຮມ:​ ​ໂຮງ​ແຮມ​ຄຳ​ປ່ຽນ, ​ໂກນ​ເດັນ, ​ໄຊ​ສົມບູນ, ຈະ​ເລີ​ນຮຸ່ງ, ດວງ​ປະ​ເສີດ, ​ເຈື່ອງ 2, ດວງ​ຈັນ​ຈັນ​ພຣາຊາ, ນະຄອນ​ສັກ, ​ແກ້ວ​ມີ​ໄຊ, ລື​ໄຊ, ອ່າງ​ຄຳ, ​ແສງ​ສະຫວັນ, ພູນ​ສີຣິ, ກົດ​ສະ​ໂມ ​ແລະ ​ເຮືອນ​ຮັບ​ແຂກ​ປ່າ​ພ້າວ​ຂອງ​ກອງທັບ.

          ນອກຈາກການລົງຊຸກຍູ້ບັນດາໂຮງແຮມທີ່ມີຜູ້ແທນເຂົ້າພັກແລ້ວ ໜ່ວຍງານກວດຄວາມປອດໄພຂອງອາຫານຍັງໄດ້ລົງຊຸກຍູ້ຕິດຕາມອາຫານຫວ່າງທີ່ບໍລິການຜູ້ແທນ ໃນລະຫວ່າງການເຂົ້າຮ່ວມມກອງປະຊຸມ ທີ່ຫໍປະຊຸມແຫ່ງຊາດ ແລະ ອາຫານຂອງຮ້ານອາຫານລາວ.

ເວີນທີ່ ໄດ້ຮັບໜ້າທີ່ໃນການສະໜອງ ການບໍລິການ ອາຫານໃຫ້ຜູ້ແທນໃນງານລ້ຽງຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່. ການລົງ​​ຊຸກຍູ້ຕິດຕາມຫົວໜ່ວຍທຸລະກິດໂຮງແຮມ ແລະ ຮ້ານອາຫານ​ແຕ່ລະ​ຄັ້ງ​ໄດ້​​ເກັບຕົວຢ່າງອາຫານ ເພື່ອທົດສອບຫາສານ Formalin ​ແລະ  Borax ໃນອາຫານ ແລະ ທົດ​ສອບຄວາມ​ສະອາດສິ່ງ​ຂອງພາ​ຊະນະທີ່​ສໍາຜັດ​ກັບ​ອາຫານ​ເຊັ່ນ: ຖ້ວຍ, ຈານ, ບ່ວງ, ສ້ອມ, ຂຽງ, ມີດ, ຈອກ ​ແລະ ມື, ທົດ​ສອບ​ເຊື້ອ Coliform ​ໃນນ້ຳ ​ແລະ ນໍ້າກ້ອນເປັນຕົ້ນ.

ພາຍຫຼັງ​ການ​ກວດກາ​​ແຕ່​ລະ​ຄັ້ງ​ທີ​ມງານ​ລົງ​ກວດກາ​ແມ່ນໄດ້​ເຮັດ​ບົດ​ບັນທຶກ ແລະ​ ໃບ​ສັນຍາ ​ຮັບປະກັນ​ໃນ​ການ​ສະໜອງ​ ​ແລະ ປຸງ​ແຕ່ງອາຫານປອດ​ໄພ​ກັບ​ເຈົ້າ​ຂອງ​ທຸລະ​ກິດ ພ້ອມ​ທັງ​ມີ​ການ​ແນະນຳກ່າວ​ເຕືອນ, ອາ​ຍັດ ​ແລະ ທຳລາຍ​ບາງ​ລາຍການ​ວັດຖຸ​ດິບ​ທີ່​ນຳ​ມາ​ປຸງ​ແຕ່ງອາຫານ​ທີ່​ມີ​ສານ​ເຄມີ​ເຈືອ​ປົນ​ເຊັ່ນ: Formalin ​ແລະ  Borax ​, ໝົດ​ອາຍຸ ທີ່ບໍ່​ປອດ​ໄພ​ສຳລັບ​ການ​ບໍລິ​ໂພ​ກ.
 

ຄະນະນໍາຂອງກົມອາຫານ ແລະ ຢາ, ສູນວິໄຈອາຫານ ແລະ  ກອງກວດກາອາຫານ ນໍາພາ ພະນັກງານປະຕິບັດໜ້າທີ່.

ທິມງານປະຕິບັດການທົດສອບຄວາມປອດໄພຂອງອາຫານ

 

 

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA