ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ອາຊຽນຫາລືຮັບປະກັນຄວາມປອດໄພຂອງອາຫານ

ປະກາດວັນທີ: 29/04/2016 | ຜູ້ປະກາດ: Xiong T
ປັບປຸງວັນທີ: 29/04/2016 | ຜູ້ປັບປຸງ: Xiong T

ອີງຕາມການຕົກລົງຂອງກອງປະຊຸມຊ່ຽວຊານດ້ານຄວາມປອດໄພອາຫານ ອາຊຽນ ຄັ້ງທີ່ 12 ທີ່  ໂຢກ ຈາກາຕາ ປະເທດ ອິນໂດເນເຊຍ 2015 ເຊິ່ງໄດ້ມອບໃຫ້ ສປປ ລາວ ເປັນເຈົ້າພາບກອງປະຊຸມໃນຫົວຂໍ້ “ ກອງປະຊຸມຄັ້ງທີ 1 ຂອງກຸ່ມທີ່ 4 ຮັບປະກັນດ້ານ ຄວາມປອດໄພອາຫານ ສໍາລັບແຜນພັດທະນາສາທາລະນະສຸກ ອາຊຽນ ຫລັງ ປີ 2015

ອາຊຽນຫາລືຮັບປະກັນຄວາມປອດໄພຂອງອາຫານ

 

ບົດຂ່າວໂດຍ: ດຣ. ສີວິໄລ ນະໄພວົງ

ອີງຕາມການຕົກລົງຂອງກອງປະຊຸມຊ່ຽວຊານດ້ານຄວາມປອດໄພອາຫານ ອາຊຽນ ຄັ້ງທີ່ 12 ທີ່  ໂຢກ ຈາກາຕາ ປະເທດ ອິນໂດເນເຊຍ 2015 ເຊິ່ງໄດ້ມອບໃຫ້ ສປປ ລາວ ເປັນເຈົ້າພາບກອງປະຊຸມໃນຫົວຂໍ້ “ ກອງປະຊຸມຄັ້ງທີ 1 ຂອງກຸ່ມທີ່ 4 ຮັບປະກັນດ້ານ ຄວາມປອດໄພອາຫານ ສໍາລັບແຜນພັດທະນາສາທາລະນະສຸກ ອາຊຽນ ຫລັງ ປີ 2015. ດັ່ງນັ້ນ, ໃນລະຫວ່າງ ວັນທີ 26-28 ເມສາ 2016 ກອງປະຊຸມພາຍໃຕ້ຫົວຂໍ້ດັ່ງກ່າວ ຈຶ່ງ ໄດ້ຈັດຂຶ້ນ ທີ່ໂຮງແຮງດອນຈັນພາເລດ ນະຄອນຫລວງວຽງຈັນ ໂດຍມີທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ຄະນະປະທານຝ່າຍລາວ ແລະ ບັນດາປະເທດອາຊຽນເຂົ້າຮ່ວມ.

          ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນທວນຄືນ ແລະ ສົນທະນາທິດທາງໃນຕໍ່ໜ້າ ສໍາລັບແຜນປັງປຸງຄວາມປອດໄພຂອງອາຫານ ລະດັບ 2 ກິດຈະກໍາທີ່ກໍາລັງດໍາເນີນການສະເຫນີໃຫ້ມີການຮ່ວມມືໃນຫລາຍກິດຈະກໍາທີ່ກ່ຽວຂ້ອງກັບຄວາມປອດໄພຂອງອາຫານ ພ້ອມທັງສົນທະນາກ່ຽວກັບຍຸດທະສາດ, ຕົວຊີ້ວັດ ແລະ ເປົ້າໝາຍ ຂອງພາກພື້ນ ສໍາລັບກຸ່ມ 4 ທາງດ້ານສາທາລະນະສຸກ, ກິດຈະກໍາທີ່ສໍາຄັນ ທີ່ໄດ້ກໍານົດໃນຕໍ່ໜ້າ ແມ່ນເນັ້ນໃສ່ເຫດການ ກິດຈະກໍາພາຍໃນແຜນປັບປຸງຄວາມປອດໄພຂອງອາຫານ ລະດັບ 2 ໂດຍການປະສານງານກັບຄູ່ຮ່ວມພັດທະນາຕ່າງໆ ເຊັ່ນ: ອົງການອະນາໄມໂລກ, ອີຢູ ແລະ ອົງການອື່ນໆທີ່ກ່ຽວຂ້ອງ.

          ສໍາລັບ ສປປ ລາວ ແມ່ນສຸມໃສ່ການສົ່ງເສີມວຽກງານຄວາມປອດໄພຂອງອາຫານ ໂດຍສະເພາະການສ້າງນິຕິກໍາ ແລະ ລະບຽບການຕ່າງໆ ກ່ຽວກັບການຄຸ້ມຄອງຄວາມປອດໄພຂອງອາຫານ, ຜັນຂະຫຍາຍເນື້ອໃນກົດໝາຍອາຫານ ຊຶ່ງໄດ້ປັບປຸງ ແລະ ອະນຸມັດນໍາໃຊ້ໃນປີ 2013 ແລະ ນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ ໃຫ້ເປັນອັນລະອຽດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄຸ້ມຄອງວຽກງານວຽກງານຄວາມປອດໄພຂອງອາຫານ ແລະ ການດໍາເນີນທຸລະກິດຂອງຜູ້ປະກອບການ. ນອກຈາກນີ້ກໍ່ຍັງລິເລີ່ມໃນການສໍາຫລວດຂໍ້ມູນບໍລິໂພກອາຫານ ເພື່ອນໍາໃຊ້ເຂົ້າໃນການປະເມີນຄວາມສ່ຽງ, ສົ່ງເສີມວຽກງານວິໄຈຂອງ ອາຫານ ແລະ ສ້າງຄວາມເຂັ້ມແຂງໃນວຽກງານກວດກາ ແລະ ເຝົ້າລະວັງຄວາມປອດໄພຂອງອາຫານ ແນໃສ່ປົກປ້ອງສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນ.

 

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA