ກົມອາຫານ ແລະ ຢາ ຈັດງານສະເຫລີມສະຫລອງວັນເດັກ
ປະກາດວັນທີ: 04/06/2016 | ຜູ້ປະກາດ: Xiong T
ປັບປຸງວັນທີ: 09/06/2016 | ຜູ້ປັບປຸງ: Xiong T
|
|
| ໃນວາລະໂອກາດ ວັນເດັກ ປີ 2016 ນີ້, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດງານສະເຫລີມສະຫລອງ ວັນເດັກ ໃຫ້ແກ່ ບັນດາລູກຫລານ....... |
ກົມອາຫານ ແລະ ຢາ ຈັດງານສະເຫລີມສະຫລອງວັນເດັກ
ໂດຍ: ສຸກສົມຄວນ ຈັນທະມາດ
![]() |
ໃນວາລະໂອກາດ ວັນເດັກນີ້ (ວັນທີ 1 ມິຖນາ), ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດງານສະເຫລີມສະຫລອງ ວັນເດັກ ໃຫ້ແກ່ ບັນດາລູກຫລານຂອງພະນັກງານກົມອາຫານ ແລະ ຢາ ຂຶ້ນໃນວັນທີ 1 ມິຖຸນາ 2016 ທີ່ຫ້ອງປະຊຸມກົມອາຫານ ແລະ ຢາ ເຊິ່ງໃນງານໄດ້ຄັ້ງນີ້ ໄດ້ຮັບກຽດເຂົ້າ ຮ່ວມ ໂດຍຄະນະພັກ ຄະນະນໍາຂອງກົມອາຫານ ແລະ ຢາ, ບັນດາພະນັກງານ ແລະ ພ້ອມດ້ວຍຫລານນ້ອຍ ເຊິ່ງແມ່ນລູກຫລານຂອງພະນັກງານກົມອາຫານ ແລະ ຢາ. |
![]() |
|
|
ໃນງານສະຫລີມສະຫລອງວັນເດັກຄັ້ງນີ້ ທ່ານ ດຣ. ນາງ ລໍາພອນ ສີຫາຄັງ ເລຂາໜ່ວຍພັກ, ຮອງຫົວໜ້າກົມອາຫານ ແລະ ຢາ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວມີຄໍາເຫັນ ແລະ ອວຍພອນໃຫ້ແກ່ເດັກ. ຫລັງຈາກນັ້ນ ກໍ່ໄດ້ມີກິດຈະກໍາໃຫ້ຫລານນ້ອຍໄດ້ມ່ວນຊື່ນ ເປັນຕົ້ນ ຕອບຄໍາຖາມ ແລະ ມອບຂອງຂວັນໃຫ້ແກ່ເດັກ. ນອກຈາກກິດຈະກໍາຕອບຄໍາຖານແລ້ວ ຍັງໄດ້ນໍາພາຫລານນ້ອຍ ໄປທ່ຽວ ວັດຊຽງຄວນເຊິ່ງເປັນແຫລ່ງທ່ອງທ່ຽວທາງດ້ານວັດທະນະທໍາທີ່ສໍາຄັນຂອງນະຄອນຫລວງວຽງຈັນ. |
![]() |
|
|
ວັນເດັກສາກົນ ຖືວ່າເປັນມ້ທີ່ສໍາຄັນຂອງຊາດ ເຊິ່ງຄະນະພັກຄະນໍາຂອງກະຊວງໄດ້ໃຫ້ຄວາມສໍາຄັນ. ກົມອາຫານ ແລະ ຢາ ໄດ້ກິດຈະກໍາດັ່ງກ່າວຂຶ້ນໃນທຸກໆປີ. ຄຽງຄູ່ກັບການຈັດງານວັນເດັກແລ້ວ ກົມອາຫານ ແລະ ຢາ ກໍ່ຍັງໄດ້ແຕ່ງຕັ້ງພະນັກງານຈໍານວນໜຶ່ງເຂົ້າຮ່ວມຂະ ບວນການ ປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງໄດ້ຈັດຂຶ້ນໃນທຸກໆ ປີ ເຊິ່ງປີນີ້ ແມ່ນພິເສດ ພັກ ແລະ ລັດຖະບານ ໄດ້ຊີ້ນໍາເພີ້ມທະວີ ປູ້ກຕົ້ນໄມ້ໃຫ້ຫລາຍຂຶ້ນ ເພື່ອເພີ້ມພື້ນທີ່່ສີຂຽວໃນຂອບເຂດທົ່ວປະເທດ. |
![]() |
free porn videos free sex videos



