ແຈ້ງການຂອງ ກອຢ ກ່ຽວກັບ ການເພີ່ມຈໍານວນລາຍການການວິໄຈນໍ້າດື່ມເພື່ອຕໍ່ທະບຽນ ທຸກໆ 2 ປີ
ປະກາດວັນທີ: 27/01/2016 | ຜູ້ປະກາດ: Xiong T
ປັບປຸງວັນທີ: 29/01/2016 | ຜູ້ປັບປຸງ: Xiong T
|
|
ແຈ້ງການເຖິງພະແນກສາລະນະສຸກແຂວງ, ນະຄອນຫລວງ, ເມືອງ, ຜູ້ປະກອບການການຜະລິດເຄື່ອງດື່ມ ແລະ ຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການເພີ່ມຈໍານວນລາຍການການວິໄຈນໍ້າດື່ມເພື່ອຕໍ່ທະບຽນທຸກໆ 2 ປີ..... |
|
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະໍຊາທິປະໄຕ ເອກະພາບ ວັດທະນະຖາວອນ ===000=== ກະຊວງສາທາລະນະສຸກ ກົມອາຫານ ແລະ ຢາ ເລກທີ 333/ກອຢ ນະຄອນຫລວງວຽງຈັນ, ວັນທີ 22JAN 2016
ແຈ້ງການ
ເຖິີງ: ພະແນກສາທາລະນະສຸກແຂວງ, ນະຄອນຫລວງ, ຂະແໜງອາຫານ ແລະ ຢາ, ເມືອງ, ຜູ້ ປະກອບການທຸລະກິດຜະລິດນໍ້າດື່ມ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ ເລື່ອງ: ແຈ້ງການກ່ຽວກັລບ ການເພີ້ມຈໍານວນ ລາຍການວິໄຈນໍ້າດື່ມ ເພື່ອຕໍ່ທະບຽນ ໃນທຸກໆ 2 ປີ
- ອີງຕາມ ຂໍ້ຕົກລົງ ວ່າດ້ວຍນໍ້າດື່ມ ໃນຍພາສະນະບັນຈຸປິດ ສະບັບເລກທີ 585/ກຊສ, ລົງວັນທີ 12/05/2006 ມາດຕາ 4 ແລະ ມາດຕາ 5; - ອີງຕາມ ການປ່ຽນແປງ ຂອງສະພາບແວດລ້ອມ ແລະ ການຂະຫຍາຍຕົວຂອງອຸດສາຫະກໍາ ທີ ເພີ່ມຫລາຍຂຶ້ນໃນປະຈຸບັນ; - ອີງຕາມ ການຄົ້ນຄ້ວາ ທາງດ້ານວິຊາການ ແລະ ການເຫັນດີ ຂອງກົມອາຫານ ແລະ ຢາ.
ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ມີຄວາມຍິນດີ ແຈ້ງມາຍັງທ່ານຊາບວ່າ: ການວິໄຈນໍ້າດື່ມ ເພື່ອຕໍ່ທະບຽນ ແມ່ນຈະໄດ້ວິໄຈ ຄົບຊຸດ ຕາມການກໍານົດໄວ້ໃນ ຂໍ້ຕົກລົງວ່າດ້ວຍ ນໍ້າດື່ມ ໃນພາຊະນະບັນຈຸປິດສະບັບເລກທີ່ 585/ກຊສ, ລົງວັນທີ 12/05/2006, ມາດຕາ 4 ແລະ ມາດຕາ 5 ເພື່ອເປັນການຕິດຕາມ ທາດເບື່ອ ໂລຫະໜັກທີີ່ອາດຈະປົນເປື້ອນມານໍາແຫລ່ງນໍ້າ ແລະ ສາມາດ ມາປົນເປື້ອນໃສ່ກັບນໍ້າດື່ມໄດ້. ສໍາລັບ ການວິໄຈ ແລະ ການຕິດຕາມຄຸນນະພາບ ທຸກໆ 6 ເດືອນ ແມ່ນຍັງສືບຕໍ່ວິໄຈ 3 ລາຍການ ຕາມປົກກະຕີິຄື: Coliform, Ecoli, pH. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຮ່ວມມືຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ. ຫົວໜ້າກົມອາຫານ ແລະ ຢາ ສົມທະວີ ຈາງວິສົມມິດ
ກົດນີ້ເພື່ອເບິ່ງເອກະສານເພີ້ມເຕີມ
|

