ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ຄະນະຜູ້ແທນສາທາລະນະສຸກ ເຂດປົກຄອງຕົນເອງ ກວາງຊີ ຈວງ, ສປ ຈີນ ຢ້ຽມຢາມລາວ

ປະກາດວັນທີ: 10/02/2016 | ຜູ້ປະກາດ: Xiong T
ປັບປຸງວັນທີ: 24/02/2016 | ຜູ້ປັບປຸງ: Xiong T

ໂດຍ​ຕອບ​ສະໜອງ​ການ​ເຊີນ​ຂອງທ່ານ​ຫົວໜ້າ​ຫ້ອງການ​ກະຊວງ​ສາທາລະນະ​ສຸກຄະ​ນະ​ຜູ້​ແທນ​ຈາກຫ້ອງການ​ບໍລິຫານ​ຂອງ​ຄະນະ​ກຳມະການ​ດ້ານ​ສາທາລະນະ​ສຸກ ​ແລະ ການວາງ​ແຜນ​ຄອບຄົວ, ​ເຂ​ດປົກຄອງ​ຕົນ​ເອງ ກວາງຊີ ຈວງ, ສປ ຈີນ ​​ໄດ້ນຳພາ​ທິມງານ​ທີ່​ປະກອບ​ດ້ວຍ​ຫຼາຍ​ພາກສ່ວນ​ເຊັ່ນ​ສວນພຶກສາສາດ​ຕົ້ນ​ໄມ້​ເປັນ​ຢາກ​ວາງ​ຊີ​​ເດີນ​ທາງ​ມາ​ຢ້ຽວຢາມ ​ແລະ ​ເຮັດ​ວຽກ​ຮ່ວມ​ກັບ​ກົມ​ອາຫານ ​ແລະ ຢາ, ຄະນະ​ເພສັຊສາດ ມະຫາວິ​ທະນາ​ໄລ​ວິທະຍາສາດ​ສຸຂະພາບ ​ແລ​ະ ສະ​ຖາ​ບັນ​ການ​ແພດ ​ແລະ ການ​ຢາ​ພື້ນ​ເມືອງແຕ່​ວັນ​ທີ 27-30 ມັງກອນ 2016 .....

ການ​ມາ​ຢ້ຽ​ມຢາມ​ຂອງ​ຄະນະ​ຜູ້​ແທນ​ຈາກ​ຫ້ອງການ​ບໍລິຫານ​ຂອງ​ຄະນະ​ກຳມະການ​ດ້ານ​ສາທາລະນະ​ສຸກ ​ແລະ ການວາງ​ແຜນ​ຄອບຄົວ, ​ເຂ​ດປົກຄອງ​ຕົນ​ເອງ ກວາງຊີ ຈວງ, ສປ ຈີນ ​ແຕ່​ວັນ​ທີ 27-30 ມັງກອນ 2016

 

ບົດຂ່າວ: ດຣ. ບຸນເລື່ອນ ດວງເດືອນ

ໂດຍ​ຕອບ​ສະໜອງ​ການ​ເຊີນ​ຂອງທ່ານ​ຫົວໜ້າ​ຫ້ອງການ​ກະຊວງ​ສາທາລະນະ​ສຸກ ຄະ​ນະ​ຜູ້​ແທນ​ຈາກຫ້ອງການ​ບໍລິຫານ​ຂອງ​ຄະນະ​ກຳມະການ​ດ້ານ​ສາທາລະນະ​ສຸກ ​ແລະ ການວາງ​ແຜນ​ຄອບຄົວ, ​ເຂ​ດປົກຄອງ​ຕົນ​ເອງ ກວາງຊີ ຈວງ, ສປ ຈີນ ​​ໄດ້ນຳພາ​ທິມງານ​ທີ່​ປະກອບ​ດ້ວຍ​ຫຼາຍ​ພາກສ່ວນ​ເຊັ່ນ​ສວນພຶກສາສາດ​ຕົ້ນ​ໄມ້​ເປັນ​ຢາກ​ວາງ​ຊີ​​ເດີນ​ທາງ​ມາ​ຢ້ຽວຢາມ ​ແລະ ​ເຮັດ​ວຽກ​ຮ່ວມ​ກັບ​ກົມ​ອາຫານ ​ແລະ ຢາ, ຄະນະ​ເພສັຊສາດ ມະຫາວິ​ທະນາ​ໄລ​ວິທະຍາສາດ​ສຸຂະພາບ ​ແລ​ະ ສະ​ຖາ​ບັນ​ການ​ແພດ ​ແລະ ການ​ຢາ​ພື້ນ​ເມືອງແຕ່​ວັນ​ທີ 27-30 ມັງກອນ 2016. ຄະນະ​ຜູ້​ແທນ​ຈີນ​ໄດ້​ເຂົ້າ​ຢ້ຽມຄຳນັບ​ທ່ານ​ຫົວໜ້າ​ກົມ​ອາຫານ ​ແລະ ຢາ ​ຊຶ່ງ​ໄດ້​ຮັບ​ມອບ​ໝາຍ​ຈາກ​ການ​ນຳ​ກະຊວງ​ສາທາລະນະ​ສຸກ​ໃຫ້​ເປັນ​ຫົວໜ້າ​ຄະນະ​ຝ່າຍ​ລາວ​ເພື່ອ​ເຮັດ​ວຽກ​ກັບ​ຜູ້​ແທນ​ຈີນ ທັງ​ນີ້​ກໍ່ເພື່ອ​ແຈ້ງຈຸດປະສົງ​ຂອງ​ການ​ມາ​ເຄື່ອນ​ໄຫວ​ວຽກງານ​ໃນ​ຄັ້ງ​ນີ້​​ໃຫ້ແກ່​ທ່ານ​ຫົວໜ້າ​ກົມ​ອາຫານ ​ແລະ ຢາ​ໄດ້​ຮັບ​ຊາບ, ຫຼັ​ງຈາກ​ນັ້ນຄະນະ​ຜູ້​ແທນ​ດັ່ງ​ກ່າວ​ໄດ້​ໄປ​ພົບ​ປະ ​ແລະ ​ເຮັດ​ວຽກ​ຮ່ວມ​ກັບ​ຄະນະ​ເພສັຊສາດ ມະຫາວິທະຍາ​ໄລ​ວິທະຍາສາດ​ສຸຂະພາບ, ​ໃນ​ເວລາ​ຕໍ່​ມາຄະ​ນະ​ຜູ້​ແທນ​ຈິນ ກໍ​ໄດ້​ພົບ​ປະ​ເຮັດ​ວຽກກັບ​ຄະນະ​ນຳ​ຂອງ​ສະ​ຖາ​ບັນ​ການ​ແພດ ​ແລະ ການ​ຢາ​ພື້ນ​ເມືອງ, ​ໃນ​ການ​ພົບ​ປະກັນ​ລະຫວ່າງ​ຜູ້​ແທນ​ຈີນ ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຕ່າງໆ​ຂອງ​ລາວ ທັງ​

ສອງ​ຝ່າຍ​ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ​ໃຫ້​ກັນຊາ​ບ ພ້ອມ​ທັງ​ສະ​ເໜີ​ແນວ​ຄວາມ​ຄິດ​ທີ່​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ທາງ​ດ້ານ

​ວິຊາ​ການ​ໃນ​ຂົງ​ເຂດ ການ​ແພດ ​ແລ​ະ ການ​ຢາ​ພື້ນ​ເມືອງ, ການ​ພົບ​ປະ ​ແລະ ປຶກສາ​ຫາລື​ດຳ​ເນີນ​ໄປ​ພາຍ​ໃຕ້​ບັນຍາກາດ​ທີ່​ດີ ມີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ ພ້ອມ​ທັງ​ແຈ້ງ​ເຈດ​ຈຳນົງ​ໃຫ້​ກັນ ຊາ​ບກ່ຽວກັບ​ຄວາມ​ປາດ​ຖະໜາ​ດີ​ທີ່​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນ​ໃນ​ອະນາຄົດ.

​ນອກຈາກ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ ​ແລະ ​ແລກປ່ຽນ​ບົດຮຽນ​ກັນ​ແລ້ວ ຍັງ​ໄດ້​ມີ​ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ຫົວໜ້າສະ​ຖາ​ບັນ​ການ​ແພດ ​ແລະ ການ​ຢາ​ພື້ນ​ເມືອງ ກັບ​ຫົວ​ໜ້າ​ສວນພຶກສາສາດ​ຕົ້ນ​ໄມ້​ເປັນ​ຢາ ກວາງຊີ ຊຶ່ງ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ດຣ ສົມ​ທະວີ ຈາງ​ວິ​ສົມ​ມິດ ຫົວ​ໜ້າ​ກົມ​ອາຫານ ​ແລະ ຢາ ພ້ອມ​ດ້ວຍ​ຄະນະບໍດີ​ຄະນະ​ເພສັດ​ສາດ, ຜູ້ຕາງໜ້າ​ຈາກ​ກົມ​ປິ່ນປົວ, ຫົວໜ້າໜ້າພະ​ແນ​ກຄຸ້ມ​ຄອງ​ຢາ​ພື້ນ​ເມືອງ​ຂອງ​ກົມ​ອາຫານ ​ແລະ ຢາ ​ແລະ ຫົວໜ້າ​ສູນ ​ແລະ ພະ​ແນ​ກການ​ຕ່າງໆ​ຂອງ​ສະ​ຖາ​ບັນການ​ແພດ ​ແລະ ການ​ຢາ​ກໍ່​ໄດ້​ເຂົ້າ​ຮ່ວມ. ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ໄດ້​ວາງ​ຂອບ​ການ​ຮ່ວມ

​ມື​ແບບ​ກວ້າງໆ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ (1) ການ​ສົ່ງ​ເສີມ​ການ​ໄປມາຫາສູ່ ຢ້ຽ​ມຢາມ​ຊຶ່ງ​ກັນ ​ແລະ ກັນ, ການ​ຝຶກ​ອົບຮົມ ​ແລະ ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວສານ​ດ້ານ​ຕົ້ນ​ໄມ້​ເປັນ​ຢາ ​ແລະ ຢາ​ພື້ນ​ເມືອງ​ຂອງ​ວິຊາ​ການ ​ແລະ ຝ່າຍ​ບໍລິຫານ; (2) ການ​ແລກປ່ຽນ​ແນວ​ພັນ​ພືດ;  ​(3) ຮ່ວມ​ມື​ກັນ​ໃນ​ການ​ອະນຸລັກ ​ແລະ ການ​ຂະຫຍາຍ​ພັນ​ໃນ​ຫ້ອງ​ທົດ​ລອງ​ສຳລັບ​ຕົ້ນ​ໄມ້​ເປັນ​ຢາ​ທີ່​ມີ​ທ່າ​ອ່ຽງຈະ​ສູນພັນ; (4) ດຳ​ເນີນ​ການ​ສຶກສາ​ການກຳນົດ​ຕົ້ນ​ໄມ້​ເປັນ​ຢາດ້ວຍ​ ດີ​ເອັນ​ເອ; (5) ສຶກສາ​ຫາ​ທາດ​ທີ່​ມີ​ປະຕິກິຣິຍາ​ຕໍ່​ເຊື້ອ​ໄວຣັດ, ​ເຊື້ອ​ບັກ​ເຕຣີ ​ແລະ ​ເຊືອມະ​ເຮັງ; (6) ດຳ​ເນິນ​ການ​ຄົ້ນຄວ້າ​ເພື່ອ​ການ​ນຳ​ໃຊ້​ແບບ​ຍືນ​ຍົງ ​ແລະ ການ​ປົກ​ປັກ​ຮັກສາ​ຕົ້ນ​ໄມ້​ເປັນ​ຢາ; ​ແລະ (7) ການສ້າງ​ຕັ້ງ​ສາຂາ​ຢູ່​ລາວຂອງ​ສູນ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ດ້ານ​ຢາ​ພື້ນ​ເມືອງ​ຈີນ-ອາຊຽນ.ນອກ​ນັ້ນ, ຄະນະ​ຜູ້​ແທນ​ຈີນ​ຍັງ​ໄດ້​ໄດ້​ຢ້ຽມ​ຊົມ​ສວນ​ຕົ້ນ​ໄມ້​ເປັນ​ຢາ​ຂອງ​ສະ​ຖາ​ບັນ​ການ​ແພດ ​ແລະ ການ​ຢາ​ພື້ນ​ເມືອງ​ທີ່​ຕັ້ງ​ຢູ່​ບ້ານ​ເວີນ​ຄຳ ​ແລະ ​ໄດ້​​ໄປຢ້ຽມ​ຊົມສວນ​ປູກ​ຕົ້ນ​ໝາກຍໍ ​ແລະ ຕົ້ນ​ໝາກຂາມ​ປ້ອມ​ຂອງ​ບໍລິສັດ​ທິບ​ສະຫວ່າງ​ທີ່​ຕັ້ງ​ຢູ່​ບ້ານ​ນຳ​ຊວງ ​ແລະ ທ່ຽວ​ຊົມ​ທຳ​ມະ​ຊາດ​ທີ່​ເຂດ​ດ່ານ​ສູງ.

ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຈີນ​ໃນ​ຄັ້ງ​ນີ້ ​ເກີດ​ຂຶ້ນ​ໄດ້​ກໍ່​ຍ້ອນ​ຜົນ​ຂອງ​ການ​ເດີນທາງ​ໄປ​ເຮັດ​ວຽກ​ຂອງ​ອະດີດ​ການ​ນຳ​​ ​ແລະ ການ​ນຳ​ໃນ​ປະຈຸ

​ບັນ​ຂອງ​ກະຊວງ​ສາທາລະນະ​ສຸກ ​ເຊັ່ນ ທ່ານ ດຣ. ປອນ​ເມກ ດາລາ​ລອຍ, ທ່ານ ສຈ. ດຣ. ​ເອກ​ສະຫວ່າງ ວົງ​ວິຈິດ ​ແລະ ທ່ານ ຮສ. ດຣ. ບຸນ​ກອງ ສີ​ຫາ​ວົງ ແລະທ່ານອື່ນໆ ທີ່​ໄດ້ເອົາ​ໃຈ​ໃສ່​ຊຸກຍູ້​ໃຫ້​ມີ​ການ​ຮ່ວມ​ມື​ກັນ​ລະຫວ່າງ​ສອງ​ປະ​ເທດ​ໃນດ້ານ​ຢາ​ພື້ນ​ເມືອງ.

 

ການ​ມາ​ຢ້ຽມຢາມ​ລາວ​ຂອງ​ຄະນະ​ຜູ້​ແທນ​ຈີນ​ໃນ​ຄັ້ງ​ນີ້ ​ໄດ້ເປັນ​ບາດກ້າວ​ທີ່​ສຳຄັນ ​ໃນ​ການ​ສືບ​ຕໍ່​ການ​ຮ່ວມ​ມື​ກັນ​ໃນ​ອະນາຄົດ ດ້ານ​ຢາ​ພື້ນ​ເມືອງ ຊຶ່ງ​ຈະ​ນໍາມາ​ຊຶ່ງ​ຜົນ​ປະ​ໂຫຍ​ດ​ແກ່​ທັງ​ສອງ​ຝ່າຍໃນອານາຄົດ ​ໃຫ້​ສົມ​ກັບ​ເປັນ​ປະ​​ເທດ​ເພື່ອນ​ມິດ​ທີ່​ດີ ​ແລະ ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ.

 

 

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA