ຂ່າວສານ ແລະ ເຫດການ
ກອງປະຊຸມປຶກສາຫາລືການສ້າງຕັ້ງສະມາຄົມທຸລະກິດຢາ ແລະ ຜະລິດຕະພັນການແພດ
ເພື່ອສືບຕໍ່ຈັດຕັັ້ງຜັນຂະຫຍາຍແຜນຍຸດທະສາດຂອງວຽກງານອາຫານ ແລະ ຢາ ແລະ ຜັນຂະຫຍາຍເນື້ອໃນ ແລະ ມາດຕາ 41 ຂອງ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນແພດ ສະບັບເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011 ກ່ຽວກັບ ໃຫ້ປະກົດຜົນເປັນຈິງ. ດັ່ງນັ້ນ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ປຶກສາຫາລືການສ້າງຕັ້ງກຸ່ມທະລະກິດດ້ານຢາ ແລະ ຜະລິດຕະພັນການແພດ ຂອງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 21 ທັນວາ 2016. ຈຸດປະສົງເພື່ອປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການການສ້າງຕັ້ງກຸ່ມທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ
ກອງປະຊຸມສະຫຼຸບວຽກງານອາຫານ ແລະ ຢາ ທົ່ວປະເທດຄັ້ງທີ VIII ຈັດຂຶ້ນ ວັນທີ 21-23 ພະຈິກ 2016
ກອງປະຊຸມອາຫານ ແລະ ຢາ ທົ່ວປະເທດຄັ້ງທີ່ VIII ໄດ້ຈັດຂຶ້ນ ລະຫວ່າງວັນທີ ວັນທີ 21-23 ພິຈິກ 2016 ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພອນ ພຸດທະວົງ ເລຂາຄະນະພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ເປັນປະທານ
ກອງປະຊຸມອາຫານ ແລະ ຢາ ທົ່ວປະເທດ ຄັ້ງທີ VIII
ກອງປະຊຸມອາຫານ ແລະ ຢາທົ່ວປະເທດ, ຄັ້ງທີ VIIIວັນທີ 21-23 ພະຈິກ 2016, ນະຄອນຫຼວງວຽງຈັນ "ເພີ້ມຄວາມເຂັ້ມແຂງຂອງວຽກງານຄຸ້ມຄອງອາຫານ ແລະ ຢາເພື່ອຈັດຕັ້ງປະຕິບັດວຽກງານເຊື່ອມໂຍງປະຊາຄົມເສດຖະກິດອາຊຽນຢ່າງມີປະສິດທິຜົນ"
ອ.ຢ ບໍ່ແກ້ວທໍາລາຍຜະລິດຕະພັນໝົດອາຍຸ ແລະ ເສຍຄຸນນະພາບ
ເພື່ອສືບຕໍ່ວຽກງານຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງອາຫານທີ່ຜະລິດ ແລະ ຈໍາໜ່າຍພາຍໃນແຂວງ ບໍ່ແກ້ວ ໃຫ້ມີຄວາມປອດໄພຕໍ່ຜູ້ບໍລິໂພກ, ໃນລະຫວ່າງວັນທີ 11-19 ຕຸລາ 2016 ທີ່ຜ່ານມາ ຂະແໜງອາຫານ ແລະ ຢາ ພະແນກສາທາລະສຸກແຂວງ ໄດ້ສົມທົບກັບ ອໍານາດການປົກຄອງທີ່ກ່ຽວຂ້ອງ ຂອງເມືອງຕົ້ນເຜິ້ງເປັນຕົ້ນຂະແໜງ ກວດກາພັກ-ລັດ, ຂະແໜງອຸດສາຫະກໍາ ແລະ ການຄ້າ
ການລິເລີ່້ມລະບົບຕິດຕາມຄວາມປອດໄພຂອງຢາ ໃນ ສປປ ລາວ
ເພື່ອຮັບປະກັນການໃຊ້ຢາປິ່ນປົວຄົນເຈັບໃຫ້ມີຄວາມປອດໄພ ແລະ ປ້ອງກັນການອາການທີ່ບໍ່ເພີງປາດຖະໜາທີ່ເກີດຂຶ້ນ ຈາກການນໍາໃຊ້ຢາ, ກອງປະຊຸມສະມັດຊາໃຫຍ່ຂອງອົງການອະນາໄມໂລກ ຄັ້ງທີ 28 ໄດ້ເຫັນດີໃຫ້ມີລະບົບການຕິດຕາມຄວາມປອດໄພຂອງຢາຂອງສາກົນ (The WTO Programme for International Drug Monitoring) ໃນປີ 1968 ຊຶ່ງມີຈຸດປະສົງເພື່ອສ້າງລະບົບເຄື່ອຄ່າຍ ໃນການເກັບກໍາຂໍ້ມູນທີ່ເກີດຈາກການນໍາໃຊ້ຢາ ແລະ ເພື່ອແລກປ່ຽນຂໍ້ມູນຄວາມປອດໄພຂອງຢາໃນທົ່ວໂລກ
ການດື້ຢາຂອງເຊື້ອໄຂ້ຍຸງ: ຄວາມຮຸນແຮງ, ສາຍເຫດ ແລະ ວິທີການຕ້ານຄືນ
ໃນປີ 2012, ອົງການອະນາໄມໂລກ ໄດ້ລາຍງານວ່າມີການລະບາດຂອງພະຍາດໄຂ້ຍຸງ ຢູ່ 97 ປະເທດ ໃນໂລກ, ກວມເອົາ ປະຊາກອນທີ່ມີຄວາມສ່ຽງ 3.4 ຕື້ຄົນ, ມີ207 ລ້ານກໍລະນີຄົນເຈັບທີ່ເປັນໄຂ້ຍຸງ ແລະ ໃນນັ້ນມີ 625,000 ຄົນໄດ້ເສຍຊີວິດ. ໃນຂົງເຂດອາຊຽນ (8ປະເທດ) ບໍ່ກວມເອົາ ບຣູນາຍ ແລະ ສິງກາໂປ
ຜົນດີ ແລະ ຜົນຮ້າຍຈາກການນຳໃຊ້ຢາຕ້ານເຊື້ອ
16 ອາການທີ່ເຕືອນໄພເຖິງຄວາມສ່ຽງຂອງພະຍາດເບົາຫວານ
ເບົາຫວາານ ແມ່ນພະຍາດຊໍາເຮື້ອຊະນິດໜຶ່ງ ແລະ ເປັນພະຍາດທີ່ບໍ່ຕິດຕໍ່ ແຕ່ເປັນພະຍາດທີ່ແຜ່ຫຼາຍໃນປັດຈະບັນ. ຜູ້ທີ່ເປັນພະຍາດເບົາຫວານ ມີຄວາມສ່ຽງທີ່ຈະພາໃຫ້ເກີດພະຍາດແຊກຊ້ອນອື່ນໆ ເຊັ່ນ: ຕາບໍເຫັນຮຸ່ງ (ຕາບອດ), ພະຍາດຫົວໃຈ, ໄຂ່ຫຼັງ ຊຸດໂຊມ
ຄວາມສຳຄັນຂອງ Folic Acid ຕໍ່ແມ່ຍິງຖືພາ
Folic acid ຫລື folate ແມ່ນ B vitamin. ມັນຖືກເອີ້ນວ່າເປັນ vitamin M, vitamin B9, vitamin Bc (ຫລື folacin), pteroyl-L-glutamic acid, ແລະ pteroyl-L-glutamate. ມີຫລາຍເຫດຜົນວ່າຍ້ອນຫຍັງຮ່າງກາຍຂອງຄົນເຮົາຕ້ອງໄດ້ຮັບທາດ Folic acid ຢ່າງພຽງພໍໃນ ແຕ່ລະມື້....
ການເຝົ້າລະວັງອາຫານປົນເປື້ອນສານເຄມີ
ຜ່ານການລົງຕິດຕາມກວດກາບາງປະເພດສິນຄ້າ ທີ່ຂາຍຕາມຕະຫຼາດສົດ ໃນ ສປປ ລາວ ຈໍານວນໜຶ່ງຂອງກອງກວດກາປະສານສົມທົບກັບ ຂະແໜງອາຫານ ແລະ ຢານະຄອນຫຼວງ ແລະ ບາງແຂວງ, ພວເຮົາພົບເຫັນວ່າ ມີບາງປະເພດສິນຄ້າ ທີ່ຂາຍ ມີການປົນເປື້ອນສານເຄມີອັນຕະລາຍຈຳນວນໜຶ່ງ