ຂ່າວສານ ແລະ ເຫດການ
ກອງປະຊຸມ ທົບທວນກາງສະໄໝຂອງການຈັດຕັ້ງປະຕິບັດ ແຜນການພັດທະນາຢາພື້ນເມືອງ ທົ່ວປະເທດ ຄັ້ງທີ III
ກອງປະຊຸມໄດ້ໄຂຂຶ້ນທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງຫຼວງພະບາງ,ໃນຕອນເຊົ້າຂອງມື້ ວັນທີ 06 ຕຸລາ 2014 ພາຍໃຕ້ການເປັນປະທານ ຮ່ວມຂອງທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ຊ່ວຍວ່າການ ກະຊວງສາທາລະນະສຸກແລະ ທ່ານ ສາຍສະຫມອນ ຄົມທະວົງ ຮອງເຈົ້າແຂວງຫຼວງພະບາງ
ວັນສະເຫຼີມສະຫຼອງວັນສຸຂະພາບໂລກປະຈໍາປີ 2015 ທີ່ນະຄອນຫລວງວຽງຈັນ.
![]() |
ໃນທຸກໆປີ, ອົງການອະນາໄມໂລກໄດ້ເລືອກເອົາຫົວຂໍ້ບຸລິມະສິດທີ່ເປັນບັນຫາສໍາຄັນ ທາງດ້ານສາທາລະນະສຸກ ເປັນຫົວຂໍ້ຂອງງານສະເຫຼີມສະຫຼອງວັນສຸຂະພາບໂລກ. ສໍາລັບປີນີ້ ຫົວຂໍ້ຂອງວັນສຸຂະພາບໂລກແມ່ນຄວາມປອດໄພຂອງອາຫານ ຊຶ່ງແມ່ນຂົງເຂດຂອງວຽກງານສາທາລະນະສຸກ ທີ່ມີເປົ້າໝາຍໃນການປົກປ້ອງຜູ້ບໍລິໂພກ ຈາກຄວາມສ່ຽງຈາກອາຫານເປັນພິດ ແລະ ພະຍາດທີ່ເກີດຈາກອາຫານ ຫຼື ຊໍາເຮື້ອ. |
ແຈ້ງການຕິດຕາມກວດກາຢາປົວພະຍາດທີ່ມີການປອມແປງ (Myda-B Cream 5g)
ແຈ້ງການຕິດຕາມກວດກາຢາປົວພະຍາດທີ່ມີການປອມແປງ (Myda-B Cream 5g)
ຄະນະຜູ້ແທນຈາກກົມອາຫານ ແລະ ຢາ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ຢ້ຽມຢາມໜ່ວຍງານກວດກາ ແລະ ກັກກັນພືດຂອງ ສປ ຈີນ
![]() |
ໃນລະຫວ່າງວັນທີ 6-10/8/2014 ຄະນະຜູ້ແທນຈາກກະຊວງສາທາລະນະສຸກ ຮ່ວມກັບຄະນະຜູ້ແທນຈາກກະຊວງກະສິກໍາປ່າໄມ້ ໄດ້ເດີນທາງຢ້ຽມຢາມ ດ່ານບໍ່ຫານ ແຂວງຫລວງນໍ້າທາ ແລະ ໄດ້ເດີນທາງໄປຢັຽມຢາມ ເມືອງຫລ້າ, ເມືອງຟູເອີ ແລະ ຊຽງຮຸ່ງ. ເພື່ອປັບປຸງຄວາມອາດສາມາດກ່ຽວກັບວຽກງານສຸຂະອະນະໄມ ແລະ ສຸຂະອະນະໄມພືດ ແລະ ການຮັບປະກັນວຽກງານຮັບປະກັນຄຸນນະພາບ ແລະ ຄວາມປອດໄພດ້ານອາຫານ, ໂດຍການສະໜັບສະໜູນ ຈາກ ໂຄງການເອດີບີ ຄະນະຜູ້ແທນຈາກ 03 ຂະແໜງການ ຄື: |
ກອງປະຊຸມ ປຶກສາຫາລື ແລະ ເຜີຍແຜ່ຜົນການສໍາຫລວດ ລາຄາຢາ, ການມີຢາ, ຄວາມອາດສາມາດຊື້ຢາ ແລະ ອົງປະກອບຂອງລາຄາຢາ
![]() |
ພາຍໃຕ້ການຮ່ວມມືລະຫວ່າງ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ເຊິ່ງໄດ້ຈັດຕັ້ງປະ ຕິບັດການສໍາລວດ ດ້ານລາຄາຢາ, ການມີຢາ, ຄວາມອາດສາມາດຊື້ຢາ ແລະ ອົງປະກອບຂອງລາຄາຢາ ສໍາເລັດໃນໄລຍະຜ່ານມາ. ດັ່ງນັ້ນ ໃນວັນທີ 25 ກັນຍາ 2014, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ ແລະ ປຶກສາຫາລືກ່ຽວກັບຜົນຂອງການສໍາຫລວດ ການມີຢາ ແລະ ລາຄາຢາ ຢູ່ ສປປລາວ. |
ວຽກງານ ປະສານງານຮ່ວມມື ລາວ-ຫວຽດ ກ່ຽວກັບການຄຸ້ມຄອງກວດກາ ການສົ່ງອອກ-ນໍາເຂົ້າ ອາຫານ ປະຈໍາດ່ານ
![]() |
ໃນລະຫວ່າງວັນທີ 23-28 ກັນຍາ 2014, ຄະນະທິມງານຄຸ້ມຄອງ ອາຫານ, ກົມອາຫານ ແລະ ຢາ ພາຍໄຕ້ການ ຊີ້ນໍາ ຂອງທ່ານ ດຣ ສົມທະວີ ຈາງວີສົມມິດ, ຄະນະພັກກະຊວງສາທາລະ ນະສຸກ, ຫົວໜ້າກົມອາຫານ ແລະ ຢາ ຮ່ວມກັບຄະນະທິມງານອົງການຄຸ້ມຄອງຄວາມ ປອດໄພອາ ຫານ ສສ ຫວຽດນາມ |
ກອງປະຊຸມຄະນະກໍາມະການ ຈັດຂຶ້້ນທີ່ ທ່າລາດ ແຂວງ ວຽງຈັນ
ກອງປະຊຸມຄະນະກໍາມະການອາຫານ ແລະ ຢາ ໄດ້ຈັດຂຶ້ນ ທີ່ ແຂວງ ວຽງຈັນ ລະຫວ່າງວັນທີ 30-31 ກໍລະກົດ. ກອງປະຊຸມຄັ້ງນີ້ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານ ໂດຍ ທ່ານ ດຣ. ນາງ ອິນລະວັນ ແກ້ວບຸນພັນ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ, ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ, ທ່ານ ດຣ. ບຸນແຝງ ພູມມະໄລສິດ ຮອງຫົວໜ້າຫ້ອງການກະຊວງ, ແລະ ມີຜູ້ເຂົ້າຮ່ວມ ຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເຊັ່ນ: ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງກະສິກໍາ ແລະ ປ່າໄມ້, ຫ້ອງວ່າການລັດ ຖະບານ, ກະຊວງການເງິນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຍີ, ກະຊວງປ້ອງກັນປະເທດ ແລະ ກົມກອງອ້ອມຂ່າງກະຊວງ ລວມທັງໝົດ 28 ທ່ານ.



