ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
 

ພະແນກຄຸ້ມຄອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ

 

ມາດຕາ 8 ຂອງຂໍ້ຕົກລົງຂອງກະຊວງສາທາລະນຸສກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຫານ ແລະ ຢາ ເລກທີ 0043/ກຊສ, ລົງວັນທີ 25 ມັງກອນ 2021 ກໍານົດໜ້າທີ່ຂອງ ພະແນກຄຸ້ມຄອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ດັ່ງລຸ່ມນີ້:

  1. ສ້າງຮ່າງ​ຍຸດ​ທະ​ສາດ, ແຜນ​ງານ, ​ແຜນ​ການ ແລະ ​ໂຄງ​ການກ່ຽວກັບວຽກງານອະນຸຍາດດຳເນີນທຸລະກິດ, ຂຶ້ນທະບຽນຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາກອນທຳມະຊາດທີ່ເປັນຢາ; ແລະ  ສົ່ງເສີມຫຼັກການປະຕິບັດທີ່ດີ ໃນແຕ່ລະໄລຍະ ໃຫ້ກະທັດ​ຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ;
  2. ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ເຜີຍແຜ່ກົດໝາຍ, ນິຕິ​ກຳ, ບັນຊີ, ຄູ່ມືປະຕິບັດ, ຂັ້ນຕອນການປະຕິບັດງານທີ່ເປັນມາດຕະຖານ ແລະ ແບບຟອມຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາກອນທຳມະຊາດທີ່ເປັນຢາ;
  3. ຄົ້ນຄວ້າວິທະຍາສາດກ່ຽວກັບການຄຸ້ມຄອງຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາ ກອນທຳມະຊາດທີ່ເປັນຢາ;
  4. ສົ່ງເສີມການນໍາໃຊ້ຢາພື້ນເມືອງສົມທົບຢາຫຼວງ ເຂົ້າໃນຕາໜ່າງສາທາລະນະສຸກຢ່າງກ້ວາງຂວາງ;
  5. ຊີ້ນຳວຽກງານສົ່ງເສີມການອະນຸລັກຊັບ​ພະ​ຍາ​ກອນທຳ​ມະ​ຊາດ​ທີ່​ເປັນ​ຢາ ໂດຍການສົ່ງເສີມການປູກ, ການລ້ຽງ, ການເພາະພັນພືດ ແລະ ສັດທີ່ເປັນຢາ ເພື່ອຜະລິດເປັນຜະລິດຕະພັນເຄິ່ງສຳເລັດຮູບ, ສຳເລັດຮູບ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ;
  6. ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸຍາດ, ຕໍ່ ແລະ ຖອນ ທະບຽນວິຊາຊີບເພສັດຊະກໍາ/ວິຊາສະເພາະ ແກ່ຫົວໜ່ວຍທຸລະກິດ ຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ຕາມລະບຽບຫຼັກການ;
  7. ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸຍາດ, ຕໍ່ ແລະ ຖອນ ທະບຽນຜະລິດຕະພັນຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ຕາມລະບຽບຫຼັກການ;
  8. ຄົ້ນຄວ້າ ແລະ ນໍາສະເໜີການຂໍອະນຸຍາດຂຸດຄົ້ນ ແລະ ເກັບກູ້ຊັບພະຍາກອນທຳມະຊາດ, ປູກພືດ-ລ້ຽງສັດທີ່ເປັນຢາ, ຊື້ ແລະ ສົ່ງອອກ ວັດຖຸດິບເຄິ່ງສຳເລັດຮູບທີ່ເປັນຢາ;
  9. ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸຍາດ, ຕໍ່ ແລະ ຖອນ ນຳ​ເຂົ້າ-ສົ່ງ​ອອກ, ສົ່ງ​ຜ່ານຜະລິດຕະພັນຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ;
  10. ຄົ້ນຄວ້າ ແລະ ນຳສະເໜີ ອອກອະນຸຍາດ, ໂຈະ ແລະ ຖອນ ໃບຢັ້ງຢືນລະບົບການຜະລິດທີ່ດີ (GMP), ການຂາຍຍົກທີ່ດີ (GWP), ການຂາຍຍ່ອຍທີ່ດີ (GPP), ການເກັບຮັກສາທີ່ດີ (GSP), ການປະຕິບັດຫ້ອງທົດລອງທີດີ (GLP), ການຈໍາໜ່າຍ (CFS), ການສົ່ງອອກ (CPP) ແລະ ມາດຕະຖານຫ້ອງປຸງແຕ່ງທີ່ດີ ໂດຍປະສານງານກັບພາກສ່ວນທີ່ກ່ຽວຂ້ອງ;
  11. ຄົ້ນ​ຄວ້າ, ​ແກ້​ໄຂ ແລະ ປະຕິບັດມາດຕະການ ກ່ຽວກັບ ຜະລິດຕະພັນຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາກອນທຳມະຊາດທີ່ເປັນຢາ ທີ່ມີບັນຫາດ້ານມາດຕະຖານ, ຄຸນນະພາບ ແລະ ຄວາມປອດໄພ;
  12. ເປັນເສນາທິການໃຫ້ຄະນະກົມກ່ຽວກັບວຽກງານອາຊຽນດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ;
  13. ຕິດຕາມ, ຊຸກຍູ້​,  ສົ່ງເສີມ, ກວດກາ ແລະ ປະເມີນຜົນ ວຽກງານຄຸ້ມຄອງຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາກອນທໍາມະຊາດທີເປັນຢາ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
  14. ປະກອບສ່ວນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມການມີຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ໃຫ້ພຽງພໍ, ລາຄາເໝາະສົມ ແລະ ນຳໃຊ້ໃຫ້ສອດຄ່ອງກັບຫຼັກການ;
  15. ປະສານສົມທົບ, ແລກປ່ຽນ, ຮ່ວມມື ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບການຮັບປະກັນຄຸນນະພາບ, ມາດຕະຖານ, ການແຈ້ງເຕືອນແບບຮີບດ່ວນ ດ້ານຜະລິດຕະພັນຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາກອນທໍາມະຊາດທີເປັນຢາ ທັງພາຍໃນ ແລະ ຕ່າງປະເທດ;
  16. ຂຶ້ນແຜນກິດຈະກຳ ແລະ ແຜນງົບປະມານ ພ້ອມທັງ ຕິດຕາມ, ຄຸ້ມຄອງ ແລະ ສຳເນົາເອກະສານກ່ຽວກັບວຽກງານຄຸ້ມຄອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ;
  17. ສະຫລຸບ, ສັງລວມ ແລະ ລາຍ​ງານສະພາບ​ການ​ເຄື່ອນ​ໄຫວວຽກງານ ປະຈຳອາທິດ ແລະ ເດືອນ ເພື່ອ​ໃຫ້ພະແນກບໍລິຫານ ສັງລວມ ແລະ ລາຍງານ ໃຫ້ຄະນະກົມ​;
  18. ປະຕິບັດ​ໜ້າ​ທີ່​ອື່ນ ຕາມ​ການ​ມອບ​ໝາຍ​ຂອງ​ຄະນະ​ກົມ.

ໂຄງຮ່າງການຈັດຕັ້ງ

 

 
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA