ກອງປະຊຸມ ທົບທວນກາງສະໄໝຂອງການຈັດຕັ້ງປະຕິບັດ ແຜນການພັດທະນາຢາພື້ນເມືອງ ທົ່ວປະເທດ ຄັ້ງທີ III
ປະກາດວັນທີ: 28/07/2015 | ຜູ້ປະກາດ: Xiong T
ປັບປຸງວັນທີ: 31/07/2015 | ຜູ້ປັບປຸງ: Xiong
ກອງປະຊຸມໄດ້ໄຂຂຶ້ນທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງຫຼວງພະບາງ,ໃນຕອນເຊົ້າຂອງມື້ ວັນທີ 06 ຕຸລາ 2014 ພາຍໃຕ້ການເປັນປະທານ ຮ່ວມຂອງທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ຊ່ວຍວ່າການ ກະຊວງສາທາລະນະສຸກແລະ ທ່ານ ສາຍສະຫມອນ ຄົມທະວົງ ຮອງເຈົ້າແຂວງຫຼວງພະບາງ
![]() |
![]() |
![]() |
![]() |
|
ກອງປະຊຸມໄດ້ໄຂຂຶ້ນທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງຫຼວງພະບາງ,ໃນຕອນເຊົ້າຂອງມື້ ວັນທີ 06 ຕຸລາ 2014 ພາຍໃຕ້ການເປັນປະທານ ຮ່ວມຂອງທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ຊ່ວຍວ່າການ ກະຊວງສາທາລະນະສຸກ ແລະ ທ່ານ ສາຍສະຫມອນ ຄົມທະວົງ ຮອງເຈົ້າແຂວງຫຼວງພະບາງຜູ້ແທນເຂົ້າຮ່ວມຄັ້ງນີແມ່ນມາຈາກພາກສ່ວນຂະແໜງ ການສາທາລະນະສຸກ, ເຊຶ່ງປະກອບດ້ວຍທ່ານ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ, ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ, ຫົວໜ້າ ກອງກວດກາອາຫານແລະຢາ, ຮອງຄະນະບໍດີຄະນະເພສັຊສາດ ມວສ; ອາຫານ ແລະ ຢາພະແນກສາທາລະນະສຸກນະຄອນຫຼວງ, ຈາກພະແນກສາທາລະນະສຸກແຂວງ 8ແຂວງ ຂະແໜງການທີ່ກ່ຽວຂ້ອງ ປະກອບ ມີຜູ້ຕາງໜ້າຈາກກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້, ກົມນຳ ເຂົ້າ-ສົ່ງອອກກະຊວງອຸດສາຫະກຳ ແລະ ການຄ້າ, ກອງປະເມີນ ຜົນກະທົບຕໍ່ສິງແວດແລະສັງຄົມກະຊວງຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ, ພະນັກງ ານ, ວິຊາການຈາກອົງການອະນາໄມໂລກປະຈຳ ສປປ ລາວ; ກະສິກຳ-ປ່າໄມ້ 8 ແຂວງພາກເໜືອ; ພະແນກຊັບພະຍາ ກອນທຳມະຊາດ ແລະ ສິງແວດລ້ອມແຂວງຫຼວງພະບາງ ເຂົ້າຮ່ວມທັງໝົດ 61 ທ່ານ (ມີເອກະສານຄັດຕິດ 1).
ຈຸດປະສົງຂອງກອງປະຊຸມ ເພື່ອຕີລາຄາຄືນສະພາບການຈັດຕັ້ງປະຕິບັດເຄິ່ງສະໄໝກ່ຽວກັບວຽກງານການຄຸ້ມຄອງຢາພື້ນເມືອງທົ່ວປະເທດຄັ້ງທີ III; ເພື່ອປຶກສາຫາລືກົນໄກ ການຮ່ວມມື ແລະ ປະສານງານ ລະຫວ່າງ ຂະແໜງການກ່ຽວຂ້ອງໃນການຄຸ້ມຄອງສົ່ງເສີມ ຢາພື້ນເມືອງ ແລະ ຊັບພະຍາກອນທຳມະຊາດທີ່ເປັນຢາລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ; ເພື່ອວາງແຜນການພັດທະນາ ແລະ ຈັດຕັ້ງປະຕິບັດວຽກງານຢາພື້ນເມືອງເຄິ່ງສະໄໝໃນຕໍ່ໜ້າ (2014-2015). ໃນວາລະຂອງກອງປະຊຸມພາຍຫຼັງທ່ານຮອງເຈົ້າແຂວງຫຼວງພະບາງໄດ້ມີຄຳເຫັນ ແລະ ກ່າວຕ້ອນຮັບໃນນາມ ແຂວງເຈົ້າພາບຈັດກອງປະ ຊຸມຄັ້ງນີ້; ທ່ານລັດຖະມົນຕິຊ່ວຍວ່າການກະຊວງສາທາລະນະສຸກປະທານກອງປະຊຸມທັງໄດ້ກ່າວເ ປີດພິທີຢ່າງເປັນທາງການຊື່ງໃນນັ້ນທ່ານໄດ້ເນັ້ນໜັກໃສ່ວຽກການອະນຸຍາດ ການຂຸດຄົ້ນ, ການນຳໃຊ້, ການປະສານງານ ຄຸ້ມຄອງລະຫວ່າງຂະແໜງການທີ່ກ່ຽວຂ້ອງດ້ານຊັບພະຍາກອນທຳມະຊາດ ທີ່ເປັນຢາເຮັດແນວໃດໃຫ້ມີຄຸນຄ່າ, ຂຸດຄົ້ນໃຫ້ ຖືກວິທີ ເພື່ອຄວາມຍືນຍົງໂດຍຮຽກຮ້ອງມີຄວາມຮັບຜິດຊອບຮ່ວມກັນ ທຸກໆພາກສ່ວນທຸກຂະແໜງການທີ່ກ່ຽວຂ້ອງ; ຈາກນັ້ນທ່ານຫົວໜ້າກົມອາຫານ ແລະ ຢາຂຶ້ນຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຢາ ພື້ນເມືອງທົ່ວປະເທດຊື່ງໄດ້ເລີມແຕ່ກອງປະຊຸມຢາພື້ນເມືອງທົ່ວປະເທດຄັ້ງທີ III ແຕ່ເດືອນ 9 ປີ 2010 ເປັນຕົ້ນມາ ຈົນເຖີງປະຈຸບັນ; ຈາກນັ້ນໄດ້ມີທ່ານຫົວໜ້າສະຖານບັນການແພດແລະການຢາພື້ນເມືອງຂຶ້ນສະເໜີກ່ຽວ ກັບການເຊື່ອມໂຍງ ດ້ານມາດຕະຖານ, ການກຽມພ້ອມເຂົ້າ ເອອີຊີ (AEC) ໃນປີ 2015 ດ້ານຢາພື້ນເມືອງໃນອາຊຽນ ແລະ ສາກົນ; ຈາກນັ້ນມີຫົວໜ້າພະແນກຄຸ້ມຄອງຢາພື້ນເມືອງ ກອຢ ຂຶ້ນອ່ານ ເຜີຍແຜ່ຄືນດຳລັດ 155/ນຍ ກ່ຽວກັບຊັບພະຍາ ກອນທຳມະຊາດທີ່ເປັນຢາ,ພ້ອມລາຍງານສະພາບການຄຸ້ມຄອງ,ກວດກາພ້ອມບັນຫາໃຫ້ເຫັນຮູບພາບການລົງຕິດຕາມ; ມີລາຍງານສະພາບຂອງບາງແຂວງດ້ານດີຂໍ້ຄົງຄ້າງການປະຕິບັດແຜນການຢາພື້ນເມືອງໃນແຂວງຕາມລຳດັບແລະມີການປະກອບບາງຄຳເຫັນສຳຄັນຄື: ໜື່ງໄດ້ມີຜູ້ຕາງໜ້າຈາກ ກຊ ກະສິກຳ-ປ່າໄມ້ ສະເໜີໃຫ້ເຫັນວ່າຄວນມີການຈັດສັນປ່າໄມ້ໃຫ້ ລວມເອົາພຶດຕົ້ນ ໄມ້ທີ່ເປັນຢາຊື່ງຕິດພັນກັບການມອບດີນມອບປ່າ, ປ່າໄມ້ບ້ານ. ສອງມີຜູ້ຕ່າງໜ້າຈາກກົມນຳ ເຂົ້າ-ສົ່ງ ອອກ ກະຊວງອຸດສາຫະກຳ-ການຄ້າ ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບບົດ ບາດການຄຸ້ມຄ້ອງການນຳເຂົ້າ-ສົ່ງອອກ ແລະ ບຽບສາກົນທີ່ລາວໄດ້ເປັນພາຄີ. ສາມ ມີຜູ້ ຕາງໜ້າ ກອງປະເມີນ ຜົນກະທົບຕໍ່ສິງແວດ ແລະ ສັງຄົມກະ ຊວງຊັບພະຍາກອນທຳມະຊາດແລະສິງແວດລ້ອມປະກອບຄຳເຫັນເນັ່ນໜັກຂອດປະສານງານ ຄຸ້ມຄອງອະນຸຍາດ ແລະ ດຳລັດ 155 / ນຍ ວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ ບໍ່ຄົບຖ້ວນສະເໜີຄວນປັບປຸງຄືນ, ນອກນັ້ນຂະແໜງ ຊຊວ ແລະ ຂະແໜງກຳສິກຳ-ປ່າໄມ້ ແຂວງຫຼວງພະບາງ ກໍ່ປະກອບຄຳເຫັນຢ່າງອຸດົມສົມບູນຕາມຈຸດປະສົງ ແລະ ຄຳຖາມເຈາະຈີ້ມ ແລະຕາຕະລາງ (ເອກະສານຄັດຕິດ 2 ແລະ 3); ຜົນຂອງກອງປະຊຸມ: ພາຍຫຼັງທີ່ໄດ້ຮັບການຟັງບົດສະເໜີ ການປະກອບຄຳເຫັນ ຂອງທຸກພາກສ່ວນກອງປະຊຸມໄດ້ເອກະພາບດັ່ງລຸ່ມນີ້:
|
|||



