2. ຊົມເຊີຍວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ 14/04/1955-14/04/2024; ຊົມເຊີຍວັນກໍາມະກອນສາກົນ 01/05/1886-01/05/2024; ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 01/06/1950-01/06/2024; ຊົມເຊີຍວັນແພດລາວ 18/06/1965-18/06/1965 LAO ENG   
 

ຂ່າວສານ ການເຄື່ອນໄຫວ ຂອງກົມອາຫານ ແລະ ຢາ

 
ວຽກງານການລົງຕິດຕາມກວດກາຂອງໜ່ວຍງານອະນາໄມສີ່ງແວດລ້ອມ ແລະ ອາຫານປອດໄພ ຮັບໃຊ້ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024
ປະກາດໂດຍ: ກີລາ ບູນປະເສີດ, ປະກາດວັນທີ: 30/01/2024 09:14:26

ໃນລະຫວ່າງວັນທີ 22 ຫາ 30 ມັງກອນ 2024 ໜ່ວຍງານອະນາໄມສີ່ງແວດລ້ອມ ແລະ ອາຫານປອດໄພ ຈາກສູນກາງ ຮ່ວມກັບ ໜ່ວຍງານອະນາໄມສີ່ງແວດລ້ອມ ແລະ ອາຫານປອດໄພ ແຂວງ ຫຼວງພະບາງ ໄດ້ລົງຕິດຕາມກວດກາສຸຂະນາໄມ-ອາຫານ ຢູ່ບັນດາໂຮງແຮມໃນນະຄອນຫຼວງພະບາງ ທີ່ສະໜອງອາຫານໃຫ້ຜູ້ແທນ ໃນກອງປະຊຸມ ປະຊຸມອາຊຽນ ແລະ ອາຊຽນ+3 ຂະແໜງການເງິນ-ທະນາຄານ ປະຈໍາປີ 2024 ແລະ ໃນຊ່ວງໄລຍະວັນເວລາດຽວກັນນີ້ 22-26 ມັງກອນ 2024 ທິມງານອາຫານປອດໄພ ກໍ່ໄດ້ລົງຊຸກຍູ້ກວດກາເຝົ້້າລະວັງດ້ານຄວາມປອດໄພອາຫານ, ສຸຂະນາໄມ ແລະ ອາຫານ ຮັບໃຊ້ກອງປະຊຸມ ອາຊຽນ ຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ. ໂດຍພາຍໄຕ້ການຊີ້ນໍາ ຂອງກົມອາຫານ ແລະ ຢາ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ພະແນກສາທາລະນະສຸກແຂວງຫວລພະບາງ ເພື່ອຮັບປະກັນ ຄຸນນະພາບ ແລະ ຄວາມປອດໄພອາຫານ ໃຫ້ແກ່ ຜູ້ແທນຈາກບັນດາປະເທດອາຊຽນ ທີ່ ມາປະຊຸມ ຢູ່ ສປປ ລາວ.

ອ່ານຕໍ່ »

ກອງປະຊຸມຜ່ານຮ່າງປັບປຸງບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດ ສະບັບທີ IX
ປະກາດໂດຍ: ກີລາ ບູນປະເສີດ, ປະກາດວັນທີ: 25/01/2024 14:20:47

ວັນທີ 23 ມັງກອນ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຜ່ານຮ່າງປັບປຸງບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດ ສະບັບທີ 9 ຢູ່ທີ່ກະຊວງສາທາລະນະສຸກ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ສຸລິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ສະຖາບັນການແພດ-ການຢາພື້ນເມືອງ, ແພດຊ່ຽວຊານຈາກບັນດາໂຮງໝໍສຸນກາງ ແລະ ວິຊາການທີ່ກ່ຽວຂ້ອງຈາກ ກົມອາຫານ ແລະ ຢາ ລວມທັງໝົດ 21 ທ່ານ.

ອ່ານຕໍ່ »

ກອງປະຊຸມ ແລະ ພິທີພົບປະແລກປ່ຽນບົດຮຽນດ້ານການຢາ-ການແພດພື້ນເມືອງ ແລະ ອວຍພອນເນື່ອງໃນວັນທີ 20 ມັງກອນ ຄົບຮອບ 75 ປີ
ປະກາດໂດຍ: ກີລາ ບູນປະເສີດ, ປະກາດວັນທີ: 22/01/2024 15:27:32
ກົມອາຫານ ແລະ ຢາ ພ້ອມດ້ວຍສາຍແຜນງານ ອາຫານ ແລະ ຢາ ໄດ້ຈັດກອງປະຊຸມ ແລະ ພິທີພົບປະແລກປ່ຽນບົດຮຽນດ້ານການຢາ-ການແພດພື້ນເມືອງ ແລະ ອວຍພອນເນື່ອງໃນວັນທີ 20 ມັງກອນ ຄົບຮອບ 75 ປີ ໃນວັນທີ 18 ມັງກອນ 2024 ທີ່ ສະຖາບັນການຢາ-ການແພດພື້ນເມືອງກອງທັບ.

 

ອ່ານຕໍ່ »

ກອງປະຊຸມຄະນະຂອງຄະນະກຳມະການວິຊາຊີບເພສັຊກັມປະຈຳເດືອນ ມັງກອນ 2024
ປະກາດໂດຍ: ກີລາ ບູນປະເສີດ, ປະກາດວັນທີ: 22/01/2024 11:34:10

ໃນຕອນເຊົ້າຂອງວັນທີ 17 ມັງກອນ 2024 ໄດ້ມີການຈັດກອງປະຊຸມຄະນະກໍາມະການວິຊາຊີບເພສັຊກັມປະຈຳເດືອນ ມັງກອນ 2024. ໂດຍການເປັນປະທານຂອງ ທ່ານ ອາຈານຖະໜອມ ອິນສານ ຫົວໜ້າຄະນະກຳມະການວິຊາຊີບເພສັຊກັມ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ຮອງສາດສະດາຈານ ດຣ ອຸທິບ ສູນທະວົງ ຮອງຄະນະກຳມະການວິຊາຊີບເພສັຊກັມ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ, ອຈ.ສຸນັນທາ ສຸວັນລາສີ ຄະນະບໍດີຄະນະເພສັຊສາດ, ຄະນະ ແລະ ກອງເລຂາກອງປະຊຸມຈາກ ກົມອາຫານ ແລະ ຢາ ແລະ  ມະຫາວິທະນາໄລວິທະຍາສາດສຸຂະພາບ ເຊິ່ງກອງປະຊຸມໄດ້ຈັດຢູ່ຫ້ອງປະຊຸມກະຊວງສາທາລະນະສຸກຊັ້ນ 05 ລວມທັງໝົດ 11 ທ່ານ.

ອ່ານຕໍ່ »

ກອງປະຊຸມຖອດຖອນບົດຮຽນປະຈໍາປີ 2023 ກ່ຽວກັບ ວຽກງານການຈັດຕັ້ງປະຕິບັດການຄຸ້ມຄອງການຢາໂຮງໝໍທີ່ດີ ແລະ ການຕິດຕາມການຊົມໃຊ້ຢາຕ້ານເຊື້ອ
ປະກາດໂດຍ: ກີລາ ບູນປະເສີດ, ປະກາດວັນທີ: 03/01/2024 09:17:08

ໃນລະຫວ່າງວັນທີ 25-27 ທັນວາ 2023 ກົມອາຫານ ແລະ ຢາໄດ້ຈັດກອງປະຊຸມຖອດຖອນບົດຮຽນປະຈໍາປີ 2023 ກ່ຽວກັບ ວຽກງານການຈັດຕັ້ງປະຕິບັດການຄຸ້ມຄອງການຢາໂຮງໝໍທີ່ດີ ແລະ ການຕິດຕາມການຊົມໃຊ້ຢາຕ້ານເຊື້ອ ທີ່ໂຮງງແຮມດອນຈັນພາເຣດ ນະຄອນຫຼວງວຽງຈັນ (ເອົາຕາມປ້າຍກອງປະຊຸມ). ໂດຍການເປັນປະທານຂອງ ທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ປະທານຮ່ວມ ທ່ານ ປອ ດຣ ສຸລິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ. ນ. ຢູລີ ປາກ ຜູ້ປະສານງານຈາກອົງການອະນາໄມໂລກ ວຽກງານສາທາລະນະສຸກ ປະຈໍາ ສປປ ລາວ. ມີຜູ້ເຂົ້າຮ່ວມມາຈາກ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມຄວບຄຸມພະຍາດຕິດຕໍ່, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ສູນສະໜອງຢາ-ອຸປະກອນການແພດ, ສູນວິເຄາະ ແລະ ລະບາດວິທະຍາ, ສູນເມລີເອີ, 05 ໂຮງໝໍ ສູນກາງ, LOMWRU, ຂະແໜງອາຫານ ແລະ ຢາ ນະຄອນຫຼວງ, ຂະແໜງອາຫານ ແລະ ຢາ ແຂວງ , ໂຮງໝໍແຂວງ ຂອງ 17 ແຂວງ ທົ່ວປະເທດ, ໜ່ວຍງານອາຫານ ແລະ ຢາ ເມືອງ ແລະ ໂຮງໝໍ ຊຸມຊົນ ຂອງ 11 ເມືອງ ແຂວງ ວຽງຈັນ ແລະ 14 ເມືອງ,​01 ນະຄອນ ຂອງແຂວງ ສະຫວັນນະເຂດ, ບັນດາທ່ານ ຈາກພະແນກການພາຍໃນ ກົມອາຫານ ແລະ ຢາ ແລະ ຈາກ ອົງການຈັດຕັ້ງສາກົນ:​ ອົງການ ອະນາໄມໂລກ, ອົງການ Flemming Fund, ລວມຜູ້ເຂົ້າຮ່ວມທັງໝົດ 186 ທ່ານ.

ອ່ານຕໍ່ »

ກອງປະຊຸມຄົບຄະນະຂອງຄະນະກຳມະການວິຊາຊີບເພສັຊກັມ
ປະກາດໂດຍ: ກີລາ ບູນປະເສີດ, ປະກາດວັນທີ: 27/12/2023 09:14:17

ໃນຕອນເຊົ້າຂອງວັນທີ 21 ທັນວາ 2023 ໄດ້ມີການຈັດກອງປະຊຸມຄົບຄະນະກຳມະການວິຊາຊີບເພສັຊກັມ. ໂດຍການເປັນປະທານຂອງ ທ່ານ ອາຈານຖະໜອມ ອິນສານ ຫົວໜ້າຄະນະກຳມະການວິຊາຊີບເພສັຊກັມ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ຮອງສາດສະດາຈານ ດຣ ອຸທິບ ສູນທະວົງ ຮອງຄະນະກຳມະການວິຊາຊີບເພສັຊກັມ ທ່ານ ດຣ ສີວົງ ແສງອາລຸນເດດ ຄະນະກຳມະການວິຊາຊີບເພສັຊກັມ, ຄະນະ ແລະ ກອງເລຂາກອງປະຊຸມຈາກ ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ມະຫາວິທະນາໄລວິທະຍາສາດສຸຂະພາບ ເຊິ່ງກອງປະຊຸມໄດ້ຈັດຢູ່ຫ້ອງປະຊຸມສະພາວິຊາຊີບປິ່ນປົວ ແລະ ເຂົ້າຮ່ວມກອງປະຊຸມທາງໄກຜ່ານລະບົບ Zoom ລວມທັງໝົດ 13 ທ່ານ.

ອ່ານຕໍ່ »

ການລົງມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພພິບັດທາງທໍາມະຊາດ ຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 19/10/2023 13:37:58
ໃນ​ວັນທີ 14 ຕຸລາ 2023 ຕາງໜ້າຄະນະກົມ ພ້ອມດວ້ຍຕາງໜ້າອົງການຈັດຕັ້ງມະຫາຊົນຂອງກົມອາຫານ ແລະ ຢາ ໄດ້ນໍາເອົາເຄື່ອງບໍລິໂພກ, ອຸປະໂພກ, ເງິນສົດ ແລະ ຢາປົວພະຍາດຈໍານວນນື່ງ ລວມມູນຄ່າ 57,921,000 ກີບ ເຊິ່ງໄດ້ນໍາໄປມອບໃຫ້ແກ່ຫ້ອງການສາທາລະນະສຸກເມືອງຄູນຄໍາ ແຂວງຄໍາມ່ວນ....

 

ອ່ານຕໍ່ »

ອົບຮົມການກວດກາການຜະລິດທີ່ດີ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 18/10/2023 14:35:53

ການຝຶກອົບຮົມ ກ່ຽວກັບການກວດກາການຜະລິດທີດີ ໃຫ້ແກ່ພະນັກງານກວດກາ GMP ຂອງກະຊວງສາທາລະນະສຸກ ໄດ້ຈັດຂຶ້ນ ລະຫວ່າງວັນທີ 16-27 ຕຸລາ 2023 ທີ່ໂຮງແຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນ ຈາກອົງການອະນາໄມໂລກ.

ອ່ານຕໍ່ »

ກອງປະຊຸມປຶກສາຫາລືກ່ຽວກັບຄວາມຍຶນຍົງໃນການຜະລິດເກືອປະສົມສານໂປຕາຊຽມໄອໂອເດດ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 29/09/2023 15:42:23

ໃນວັນທີ 26 ກັນຍາ 2023 ກົມອາຫານ ແລະ ຢາ ໄດຈັດກອງປະຊຸມປຶກສາຫາລືກ່ຽວກັບຄວາມຍືນຍົງໃນການຜະລິດເກືອປະສົມສານໂປຕາຊຽມໄອໂອເດດ ທີ່ ໂຮງແຮມດອນຈັນພາເລດ. ໂດຍການເປັນປະທານຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ Hari Vinathan ຊ່ຽວຊານດ້ານໂພຊະນາການ

ອ່ານຕໍ່ »

ປະກາດຂອງກົມແຜນການ ແລະ ການເງິນ, ປະກາດການສໍາເລັດ ຊຸດເອກະສານຂອບຂ່າຍຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ສໍາລັບໂຄງການ ເຂົ້າເຖິງການບໍລິການສຸຂະພາບ ແລະ ໂພສະນາການ ໄລຍະ 2
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ປະກາດວັນທີ: 23/09/2023 09:59:48

ປະກາດ

ກົມແຜນການ ແລະ ການເງິນ, ກະຊວງສາທາລະນະສຸກ ຂໍປະກາດວ່າ ໂຄງການໄດ້ສໍາເລັດ ຊຸດເອກະສານຂອບຂ່າຍຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ສຳລັບໂຄງການເຂົ້້າເຖີງການບໍລິການສຸຂະພາບ ແລະ ໂພຊະນາການ (ໂຄງການ ຂ-ບສພ) ໄລຍະ 2 ຕາມນະໂຍບາຍຂອງທະນາຄານໂລກ ຊຶ່ງເອກະສານດັ່ງກ່າວປະກອບມີ:

  1. ຂອບຂ່າຍຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງ ໂຄງການ ຂ-ບສພ 2 (ESMF)
  2. ແຜນພັນທະນາດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງ ໂຄງການ ຂ-ບສພ 2 (ESCP)
  3. ແຜນການມີສ່ວນຮ່ວມຂອງຜູ້ທີ່ມີສ່ວນກ່ຽວຂ້ອງ ຂອງ ໂຄງການ ຂ-ບສພ 2 (SEP)
  4. ບົດລາຍງານການປະເມີນສິ່ງແວດລ້ອມ ແລະ ສັງຄົມແບບເລັ່ງດ່ວນ (RESAR)
  5. ມາດຕະຖານການດຳເນີນງານ ການປະສານງານ, ການຄຸ້ມຄອງການປະສານງານ ແລະ ການສົ່ງຕໍ່ ແມ່ຍິງ ແລະ ເດັກຍິງ ທີ່ຖືກຄວາມຮຸນແຮງ

ຖ້າທ່ານໃດມີຄວາມສົນໃຈ ກະລຸນາ ເຂົ້້າເບິ່ງໄດ້ ທີ່ http://www. fdd.gov.la ຫຼື ຖ້າຕ້ອງການນໍາໃຊ້ກະລຸນາຕິດຕໍ່ກັບ ຫ້ອງການປະສານງານໂຄງການ ຂ-ບສພ, ກົມແຜນການ ແລະ ການເງິນ, ກະຊວງສາທາລະນະສຸກ ໂທລະສັບ: 021-252753, E-mail: hansaadm2019@gmail.com

ອ່ານຕໍ່ »

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA