ຂ່າວສານ ແລະ ເຫດການ
ກອງປະຊຸມປຶກສາຫາລືກ່ຽວກັບການກະກຽມການສ້າງຕັ້ງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ
ກອງປະຊຸມປຶກສາຫາລືກ່ຽວກັບການກະກຽມການສ້າງຕັ້ງສະມາຄົມທຸລະກິດການຢາ ແລະ ຜະລິດຕະພັນການແພດ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2021, ໂດຍການເປັນປະທານ ຂອງທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ
ກອງປະຊຸມຮ່ວມມື ລາວ-ໄທ ຄັ້ງທີ V ກ່ຽວກັບວຽກງານຄຸ້ມຄອງຄວາມປອດໄພ ຜະລິດຕະພັນດ້ານສຸຂະພາບ
ກອງປະຊຸມຮ່ວມມືລາວ-ໄທ ຄັ້ງທີ V ກ່ຽວກັບວຽກງານຄຸ້ມຄອງຄວາມປອດໄພຜະລິດຕະພັນດ້ານສຸຂະພາບເພື່ອສ້າງຄວາມເຂັ້ມແຂງໃນວຽກງານຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດໃຫ້ມີຄວາມປອດໄພ ໄດ້ເປີດຂຶ້ນໃນວັນທີ 29 ມີຖຸນາ 2021 ທີ່ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ (ຝ່າຍ ສປປ ລາວ) ແລະ ທ່ານ ດຣ ໄພສານ ດັນຄຸ້ມ ເລຂາທິການສໍານັກງານ ຄະນະກຳມະການອາຫານ ແລະ ຢາ (ຝ່າຍປະເທດໄທ)
ອາຫານປອດໄພແມ່ນໜ້າທີ່ຂອງໝົດທຸກຄົນ
ບໍລິໂພກອາຫານສະອາດປອດໄພໃນມື້ນີ້ເພື່ອສຸຂະພາບທີ່ດີໃນວັນໜ້າ
ໂຄງການກັນ, ຄວບຄູມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສ ປ ປ ລາວ (ໂຄງການໂຄວິດ-19-ທຄລ
ໂຄງການກັນ, ຄວບຄູມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ COVID-19 ຢູ່ ສ ປ ປ ລາວ (ໂຄງການໂຄວິດ-19-ທຄລ) ແມ່ນໂຄງການທີ່ຢູ່ພາຍໃຕ້ການຈັດຕັ້ງປະຕິບັດຂອງກະຊວງສາທາລະນະສຸກ ໂດຍມີຫ້ອງການປະສານງານຕັ້້ງຢູ່ກົມແຜນການ ແລະ ການຮ່ວມມື, ພາຍໃຕ້ການໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກ.
ກອງປະຊຸມການພັດທະນາຄວາມຮູ້-ຄວາມສາມາດ ສຳລັບແມ່ຍິງ ກ່ຽວກັບວຽກງານບົດບາດຍິງ-ຊາຍ ແລະ ການບໍລິຫານຄວາມສ່ຽງ ດ້ານ ອາຫານ ແລະ ຢາ
ໃນລະຫວ່າງວັນທີ 3-6 ມີນາ 2021 ທີ່ ສະໂມສອນຂອງຫ້ອງວ່າການປົກຄອງເມືອງວັງວຽງ, ກົມອາຫານ ແລະຢາ,ກະຊວງສາທາລະນະສຸກໄດ້ຈັດປະຊຸມຂຶ້ນພາຍໃຕ້ຫົວຂໍ້“ການພັດທະນາຄວາມຮູ້ຄວາມສາມາດສຳລັບແມ່ຍິງກ່ຽວກັບວຽກງານບົດບາດຍິງ-ຊາຍ ແລະ ການບໍລິຫານຄວາມສ່ຽງ ດ້ານອາຫານ ແລະ ຢາ”
ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງການຢາໂຮງໝໍ ໂດຍເນັ້ນໃສ່ວຽກງານການເຝົ້າລະວັງຄວາມປອດໄພດ້ານຢາ-ວັກຊີນ
ໃນວັນທີ 17-19 ກຸມພາ 2021, ທີ່ ພະແນກສາທາລະນະສຸກ ແຂວງ ຈໍາປາສັກ, ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບ ວຽກງານຄຸ້ມຄອງການ ຢາໂຮງໝໍ ໂດຍເນັ້ນໃສ່ວຽກງານການເຝົ້າລະວັງຄວາມປອດໄພດ້ານຢາ-ວັກຊີນ. ກອງປະຊຸມຄັ້ງນີ້, ມີທ່ານ ດຣ ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ, ທ່ານ ດຣ ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ດຣ. ສີວິໄຊ ໄຊຍະສານ ຮອງຫົວໜ້າພະແນກສາທາລະ ນະສຸກແຂວງຈໍາປາສັກ ເປັນປະທານຮ່ວມກັນ.
ກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງສານເຄມີ
ໃນລະຫວ່າງວັນທີ 6-7 ມັງກອນ 2021 ກົມອາຫານ ແລະ ຢາໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງສານເຄມີຂຶ້ນຢູ່ທີ່ກະຊວງສາທາລະນະສຸກ ໂດຍການເປັນປະທານຂອງທ່ານ ດຣ. ນ. ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ ເຊິ່ງກອງປະຊຸມດັ່ງກ່າວໄດ້ແບ່ງເປັນສອງພາກສ່ວນຄື: ມື້ທີ່ນຶ່ງແມ່ນພາກສ່ວນລັດທີ່ມີໜ້າທີ່ຄຸ້ມຄອງສານເຄມີ ທີ່ມາຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກົມພາສີ, ກະຊວງກະສິກຳ-ປ່າໄມ້...
ວຽກງານການກວດກາອາຫານ ຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ
ເພື່ອກຽມຄວາມພ້ອມໃນການຮັບປະກັນການສະໜອງອາຫານ ແລະ ເຄື່ອງດືມໃຫ້ມີຄວາມປອດໄພໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດຂຶ້ນລະຫວ່າງ ວັນທີ 13-15 ມັງກອນ 2021
ເອກະສານກ່ຽວກັບການປະເມີນເອກະສານຂື້ນທະບຽນຢາແບບຮ່ວມກັນໃນ ຂົງເຂດປະເທດອາຊຽນ
ພາຍໃຕ້ການຮ່ວມມືດ້ານຢາໃນຂົງເຂດປະເທດ ອາຊຽນ (ASEAN Pharmaceutical Harmonization) ໄດ້ມີການຈັດຕັ້ງກຸ່ມປະສານງານໃນອາຊຽນກ່ຽວກັບການປະເມີນເອກະສານແບບຮ່ວມກັນ (ASEAN Joint Assessment Coordination Group (JACG)) ທີ່ປະກອບດ້ວຍຜູ້ແທນຈາກໜ່ວຍງານດ້ານຢາ ຂອງບັນດາ ປະເທດສະມາຊິກອາຊຽນ ເຊີ່ງໄດ້ດຳເນີນໂຄງການຕົວແບບການປະເມີນເອກະສານຂື້ນທະບຽນຢາແບບຮ່ວມກັນ (ASEAN Joint Assessment, ASEAN JA) ໂດຍການສະໜັບສະໜູນຈາກ ອົງການອະນາໄມໂລກ ແຕ່ເດືອນ ກໍລະກົດ ປີ 2017 ມາເຖີງປັດຈຸບັນແມ່ນດຳເນີນການຈັດຕັ້ງປະຕິບັດໂຄງການຕົວແບບດັ່ງກ່າວສຳເລັດແລ້ວ.