ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ຂ່າວສານ ແລະ ເຫດການ

ການຕິດຕາມ, ກວດກາຄຸນນະພາບອາຫານ ຕາມຮ້ານຂາຍເຄື່ອງສົ່ງ ແຂວງ ວຽງຈັນ

ເພື່ອ​ເປັນ​ການ​ປົກ​ປ້ອງ​ຜູ້​ບໍ​ລິ​ໂພກ ໃຫ້​ໄດ້​ຮັບ​ຜະ​ລິດ​ຕະ​ພັນ​ອາ​ຫານທີ່​ດີ, ມີ​ຄຸນ​ນະ​ພາບ, ມີ​ຄວາມ​ປອດ​ໄພ​ແກ່​ຜູ້​ຊົມ​ໃຊ້ ແລະ ເພື່ອ​ຄຸ້ມ​ຄອງ ແລະ ສົ່ງ​ເສີມ​ຜູ້​ດຳ​ເນີນ​ທຸ​ລະ​ກິດ​ຈຳ​ໜ່າຍ​ອາ​ຫານ​ໃຫ້​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ, ​ກົດລະ​ບຽບ, ກົດ​ໝາຍ​ວ່າ​ດ້ວຍ​ອາ​ຫານ​ຢ່າງ​ຖືກ​ຕ້ອງ, ໄດ້​ມາດ​ຕະ​ຖານ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ.

ວັນທີ: 09/12/2020 | ຜູ້ປະກາດ: Xiong T


ກອງປະຊຸມປຶກສາຫາລືກ່ຽວກັບວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດທີ່ເປັນຢາ

ໃນ​ວັນ​ທີ 23 ຕຸ​ລາ 2020 ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ເປີດກອງ​ປະ​ຊຸມ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາຂຶ້ນ​ທີ່ ໂຮງ​ແຮມ​ວຽງ​ຈັນ​ພ​ຣາ​ຊາ ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ ຮ​ສ​. ດ​ຣ. ບຸນກອງ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ຕະນະປະທານຮ່ວມປະກອບມີ ທ່ານ ນ. ບຸນ​ຄຳ ວໍ​ລະ​ຈິດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ທ່ານ ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ແລະ ທ່ານ ປອ. ດຣ. ບຸນ​ແຝງ ພູມ​ມະ​ໄລ​ສິດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ

ວັນທີ: 04/11/2020 | ຜູ້ປະກາດ: Xiong T


ການລົງຢ້ຽມຢາມກົມອາຫານ ແລະ ຢາ ຂອງ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ

ໃນວັນທີ 18 ກັນຍາ 2020 ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລົງຢ້ຽມຢາມ ກົມອາຫານ ແລະ ຢາ ໃນໂອກາດດັ່ງກ່າວ ທ່ານ ປອ.ດຣ. ບຸນຊູ ແກ້ວຫາວົງ ຮອງຫົວໜ້າກົມອາຫານ ແລະ ຢາ ໄດ້ລາຍງານການເຄື່ອນໄຫວວຽກງານອາຫານ ແລະ ຢາໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຫານ ແລະ ຢາໃນຕໍ່ໜ້າ. ຈາກນັ້ນ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາກໍ່ໄດ້ມີຄຳເຫັນ ແລະ ສະເໜີຕໍ່ທ່ານຮອງລັດຖະມົນຕີກ່ຽວກັບບຸກຄະລາກອນ ແລະ ງົບປະມານຂອງແຜນງານ 4

ວັນທີ: 24/09/2020 | ຜູ້ປະກາດ: Xiong


ກອງປະຊຸມລິເລີ້ມ ການຈັດຕັ້ງປະຕິບັດວຽກງານ ແລະ ການຝຶກອົບຮົມວິທີການຕິດຕາມ ການຊົມໃຊ້ຢາຕ້ານເຊື້ອຈຸລະຊີບ.

ກອງປະຊຸມລິເລີ້ມການຈັດຕັ້ງປະຕິບັດວຽກງານ ແລະ ການຝຶກອົບຮົມວິທີການຕິດຕາມ ການຊົມໃຊ້ຢາຕ້ານເຊື້ອຈຸລະຊີບ ໄດ້ຈັດຂຶ້ນລະຫວ່າງວັນທີ ວັນທີ 22-25 ກັນຍາ 2020, ໂດຍການເປັນປະທານ ແລະ ຊີ້ນຳຂອງທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ແລະ ມີທ່ານ ດຣ. ນາງ ຢູຣິ ປາກ ເຈົ້າໜ້າທີ່ຊ່ຽວຊານລະບົບສາທາລະນະສຸກ ຂອງອົງການອະນາໄມໂລກ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ມີຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເປັນຕົ້ນຈາກກົມ, ກອງອ້ອມຂ້າງກະຊວງສາທາລະນະສຸກ, ມີຄະນະອຳນວຍການ, ຜູ້ຕາງໜ້າ ຈາກໂຮງໝໍສູນກາງ ແລະ ໂຮງໝໍແຂວງ ຈຳນວນ 06 ແຂວງ ລວມທັງໝົດ 70 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອເສີມສ້າງຄວາມອາດສາມາດໃຫ້ແກ່ບຸກຄະລາກອນຫຼັກແຫຼ່ງ ດ້ານສາທາລະນະສຸກກ່ຽວກັບການນຳໃຊ້ວິທະຍາສາດໃນການຕິດຕາມການຊົມໃຊ້ຢາຕ້ານເຊື້ອພາຍໃນໂຮງໝໍ ແລະ ເພື່ອສ້າງຕັ້ງລະບົບການຕິດຕາມການຊົມໃຊ້ຢາຕ້ານເຊື້ອທີ່ບໍລິການຢູ່ສະຖານທີ່ບໍລິການສາທາລະນະສຸກ.

ວັນທີ: 22/09/2020 | ຜູ້ປະກາດ: Xiong


ໂຄງຮ່າງການຈັດຕັ້ງຂອງ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ (ປັບປຸງຄັ້ງລ້າສຸດ).

ໂຄງຮ່າງການຈັດຕັ້ງຂອງ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ (ປັບປຸງຄັ້ງລ້າສຸດ).

ວັນທີ: 20/09/2020 | ຜູ້ປະກາດ: Xiong


ກອງປະຊຸມ ປຶກສາຫາລື ແລະ ຖອດຖອນບົດຮຽນ ຮ່ວມກັບຜູ້ປະກອບການກ່ຽວກັບວຽກງານຈັດຊື້, ຈັດຫາ ແລະ ການສະໜອງ ຢາ-ອຸປະກອນການແພດ.

ໃນມື້ວັນທີ 20 ສິງຫາ 2020 ກົມອາຫານ ແລະ ຢາໄດ້ເປີດກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນຮ່ວມກັບຜູ້ປະກອບການກ່ຽວກັບວຽກງານຈັດຊື້, ຈັດຫາ ແລະ ການສະໜອງ ຢາ-ອຸປະກອນການແພດໃນໄລຍະຜ່ານຂຶ້ນທີ່ ຫ້ອງປະຊຸມກະຊວງສາທາລະນະສຸກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ປະທານຮ່ວມຂອງ ທ່ານ  ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າ ກົມອາຫານ ແລະ ຢາ,  ຊຶ່ງມີຜູ້ເຂົ້າຮ່ວມຈາກ: ຫ້ອງການປະກັນສຸຂະພາບ, ກົມປິ່ວປົວ ແລະ ຟື້ນຟູໜ້າທີ່ການ, ກອງກວດກາອາຫານ ແລະ ຢາ, ສູນສະໜອງຢາ-ອຸປະກອນການແພດ,  ສູນໄຂ້ຍູງ-ແມ່ກາຟາກ ແລະ ແມງໄມ້, ສູນວັນນະໂລກ, ສູນສຸຂະພາບແມ່ ແລະ ເດັກ, ສູນໂພຊະນາການ, ສູນຕ້ານເອດສ ແລະ ພຕພ,  05  ໂຮງໝໍ ສູນກາງ ແລະ 03 ສູນ, ຄະນະກໍາມະການຈັດຊື້ ກະຊວງສາທາລະນະສຸກ, ຕາງໜ້າຈາກກົມຊັບສິນ ກະຊວງການເງິນ ແລະ ບັນດາພະແນກພາຍໃນກົມອາຫານ ແລະ ຢາ, ບັນດາບໍລິສັດດ້ານຢາ ແລະ ຜະລິດຕະພັນການແພດ ແລະ  ໂຮງງານຜະລິດຢາ, ລວມທັງໝົດ  147 ທ່ານ.

ວັນທີ: 08/09/2020 | ຜູ້ປະກາດ: Xiong


ຝຶກອົບຮົມຫຼັກການ ການຜະລິດທີດີ, ດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ.

ກົມອາຫານ ແລະ ຢາ ໄດ້ຈັດຝຶກອົບຮົມຫຼັກການ ການຜະລິດທີດີດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ໃຫ້ແກ່ພະນັກງານ ພາຍໃນກົມອາຫານ ແລະ ຢາ ໃນລະຫວ່າງ ວັນທີ 10-14/ 8 /2020, ຊຶ່ງມີຄູຝືກຈາກກົມອາຫານ ແລະ ຢາທີ່ໄດ້ຜ່ານການຝຶກອົບຮົມ ແລະ ມີປະສົບການ ຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານດັ່ງກ່າວມາຂຶ້ນຫ້ອງເພື່ອແລກປ່ຽນບົດຮຽນ, ການອົບຮົມແມ່ນໄດ້ນຳສະເໜີ 10 ຫຼັກການ ຂອງການປະຕິບັດການ ການຜະລິດທີ່ດີດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບຂອງອາຊຽນ ເຊີ່ງມີຕົວຫຍໍ້ແມ່ນ:”ASEAN TMHS GMP“.

ວັນທີ: 18/08/2020 | ຜູ້ປະກາດ: Xiong


ກອງປະຊຸມ ສຳມະນາ ກ່ຽວກັບການຂື້ນທະບຽນຢາ ພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ

ໃນວັນທີ 30-31 ກໍລະກົດ 2020  ທີ່ຫ້ອງປະຊຸມ ນາປ່າກວາງ ຣີສອດ, ເມືອງແກ້ວອຸດົມ ແຂວງວຽງຈັນ ເຊິ່ງເປັນກອງປະຊຸມສໍາມະນໍາ ຄັ້ງທຳອິດ. ພາຍໃຕ້ການເປັນປະທານ ໂດຍ ທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ຮອງຫົວໜ້າກົມອາຫານ ແລະ ຢາ, ຊຶ່ງມີຜູ້ເຂົ້າຮ່ວມຈາກກອງກວດກາ ອາຫານ ແລະ ຢາ, ສູນວິໃຈອາຫານ ແລະ ຢາ, ໂຮງງານຜະລິດຢາເລກ 2, ໂຮງງານຜະລິດຢາເລກ 3 ແລະ ໂຮງງານຜະລິດຢາ 104 ພອ້ມດວ້ຍ ຜູ້ເຂົ້າຮວ່ມ ຈາກພາກເອກະຊົນ ຈາກ ຫ້ອງປຸງແຕ່ງຢາພື້ນເມືອງ ແລະ ບໍລິສັດຂາອອກ-ຂາເຂົ້າແລະ ພະແນກການພາຍໃນກົມອາຫານ ແລະ ຢາ.  ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ ລວມທັງໝົດ 45  ທ່ານ.

ວັນທີ: 09/08/2020 | ຜູ້ປະກາດ: Xiong


The government accelerates for the initiation of establishing an Integrated Risk Management Framework amongst border agencies

The government accelerates for the initiation of establishing an Integrated Risk Management Framework amongst border agencies

 

ວັນທີ: 20/07/2020 | ຜູ້ປະກາດ: Xiong T


ບົດສະຫຼຸບ ໂຄງການກັນ, ຄວມຄຸມ ແລະ ຕອບໂຕ້ຕ ໍ່ການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ

ປະກາດ
 

ໂຄງການ ກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ກົມແຜນການ ແລະ ການຮ່ວມມື, ກະຊວງສາທາລະນະສຸກ ມີຄວາມຍິນດີແຈ້ງໃຫ້ທ່ານຊາບວ່າ: ທາງໂຄງການໄດ້ສຳເລັດ ແຜນຄວາມຮັບຜິດຊອບດ້ານສິ່ງແວດລ້ອມ ແລະ ສັງຄົມ, ແຜນການມີສ່ວນຮ່ວມຂອງຜູ້ທີ່ມີສ່ວນກ່ຽວຂ້ອງ ແລະ ກອບການຄຸ້ມຄອງສິ່ງແລວດລ້ອມ ແລະ ສັງຄົມ ເພື່ອຕອບສະໜອງໃຫ້ແກ່ການປະຕິບັດໂຄງການຕອບໂຕ້ການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ທີ່ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກ.

ວັນທີ: 08/05/2020 | ຜູ້ປະກາດ: Xiong


ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA