ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ຂ່າວສານ ແລະ ເຫດການ

ໜ່ວຍ​ພັກ​ຮາກ​ຖານ​ກົມ​ອາ​ຫານ ແລະ ຢາ ຈັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI

ໜ່ວຍພັກຮາກຖານກົມ​ອາ​ຫານ ແລະ ຢາ ຈັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ຕົນ​ຂຶ້ນ​ໃນ​ວັນ​ທີ 27 ທັນ​ວາ 2021 ທີ່​ຫ້ອງ​ປະ​ຊຸມ​ໃຫຍ່​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານ​ໂດຍ ທ່ານ ປອ. ດ​ຣ ບຸນແຝງ ພູມ​ມະ​ໄລ​ສິດ ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ຄະ​ນະ​ພັກ​ກະ​ຊວງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ. ກອ​ງ​ປະ​ຊຸມ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ໂດຍ​ສະ​ຫາຍ​ເລ​ຂາ, ຮອງ​ເລ​ຂາ, ຕາງ​ໜ້າ​ຈາກໜ່ວຍ​ພັກ​ແຮກ​ສ່ຽວ ເຊັ່ນ: ໜ່ວຍ​ພັກ​ຮາກ​ຖານ ຫ້ອງ​ການ​ກະ​ຊວງ​ສາ​ທາ​ລະ​ສຸກ, ກົມ​ຈັດ​ຕັ້ງ-ພະ​ນັກ​ງານ, ກົມ​ກວດ​ກາ, ແຜນ​ການ ແລະ ການ​ຮ່ວມມື, ກົມ​ອະ​ນາ​ໄມ​ ແລະ ສົ່ງ​ເສີມ​ສຸ​ຂະ​ພາບ, ກົມ​ປິ່ນ​ປົວ ແລະ ຟື້ນ​ຟູ​ໜ້າ​ທີ່​ການ, ໜ່ວຍ​ພັກ​ຮາກ​ຖານ​ຂອງ​ສາຍ​ແຜນ​ງານ​ອາ​ຫານ ແລະ ຢາ ເປັນ​ຕົ້ນ: ສະ​ຖານ​ບັນ​ການ​ແພດ​ການ​ຢາ​ພື້ນ​ເມືອງ, ສູນ​ວິ​ໄຈ​ອາ​ຫານ ແລະ ຢາ, ສູນ​ສະ​ໜອງ​ຢາ-ອຸ​ປະ​ກອນ​ການ​ແພດ, ກອງກວດ​ກາ​ອາ​ຫານ ແລະ ຢາ, ໂຮງ​ງານ​ຜະ​ລິດ​ຢາ​ເລກ 2, ໂຮງ​ງານ​ຜະ​ລິດ​ຢາ​ເລກ 3.

ວັນທີ: 09/01/2022 | ຜູ້ປະກາດ: Xiong T


4 ກົມໄດ້ລົງນາມບັນທຶກຄວາມເຂົ້າໃຈ ເພື່ອເພີ່ມທະວີການອໍານວຍຄວາມສະດວກທາງດ້ານການຄ້າ ຢູ່ດ່ານສາກົນ

ໃນຕອນເຊົ້າຂອງວັນທີ 13 ທັນວາ 2021 ທີ່ໂຮງແຮມຄາວພາຊາ ກົມພາສີໄດ້ມີພິທີ ພິທີລົງນາມ ບັນທຶກຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງ ແລະ ກົນໄກປະສານງານເພື່ອອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ ສິນຄ້າ ເຄື່ອງຂອງ ຢູ່ດ່ານສາກົນ ລະຫວ່າງ ກົມພາສີ, ກົມອາຫານ ແລະ ຢາ, ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ.ພາຍໃຕ້ການສະໜັບສະໜູນ ຈາກ ໂຄງການສົ່ງເສີມການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (Lao PDR Competitiveness and Trade Project -LCT).

ວັນທີ: 15/12/2021 | ຜູ້ປະກາດ: Xiong T


ບົດຖະແຫຼງຂ່າວ ປະຈໍາວັນທີ 13 ຕຸລາ 2021 ຂອງ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກສທ. ກ່ຽວກັບ ການນໍາໃຊ້ຢາ ແລະ ຜະລິດຕະພັນການແພດ ໃນວຽກງານຕອບໂຕ້ການລະບາດພະຍາດ ໂຄວິດ-19

ສະບາຍດີບັນດາທ່ານທີ່ນັບຖື ແລະ ຮັກແພງ ເຊິ່ງກໍາລັງຕິດຕາມຮັບຊົມ ແລະ ຮັບຟັງການລາຍງານຂ່າວໃນມືື້ນີື້,ໂດຍໄດ້ຮັບມອບໝາຍຈາກຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19, ຂ້າພະເຈົ້າ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກສທ. ຈະມາລາຍງານໃຫ້ບັນທ່ານຮັບຊາບກ່ຽວກັບສະພາບການຂອງສັງຄົມທີ່ກໍາລັງ ມີຂໍ້ຄິດເຫັນຫຼາຍແບບ ຕໍ່ກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂ  ການລະບາດຂອງພະຍາດ ໂຄວິດ-19 ແລະ ການປະກົດໃຫ້ເຫັນໃນສື່ Online ທີ່ຫຼາຍຄົນໄດ້ແລກປ່ຽນ ລວມທັງຂໍ້ມູນທີ່ເປັນປະໂຫຍດ ແລະ ບໍ່ເປັນປະໂຫຍດ ແລະ ສ້າງຄວາມສັບສົນເຮັດໃຫ້ເຂົ້າໃຈຜິດພາດ, ໃນນັ້ນ ການໂຄສະນາ ຊັກຊວນການຊື້-ຂາຍຜະລິດຕະພັນທີ່ແຈ້ງວ່າ ສາມາດແກ້ໄຂບັນຫາການຕິດເຊື້ອ ໂຄວິດ-19 ໃນຮູບແບບການໂຄສະນາຊວນເຊື່ອ ແລະຈໍາໜ່າຍສິນຄ້າ ໂດຍດໍາເນີນໄປແບບຜິດຈາກຫຼັກການທາງວິຊາການ ທີ່ເພິ່ນໄດ້ກໍານົດ. ບັນດາຜະລິດຕະພັນເລົ່ານັ້ນ ໄດ້ແກ່: ເຄື່ອງກວດຫາເຊື້ອ ແບບໄວ, ສະເປຂ້າເຊື້ອ, ຢາພື້ນເມືອງ, ແຜ່ນກໍາຈັດໄວຣັສ ແລະ ອື່ນໆ

ວັນທີ: 14/10/2021 | ຜູ້ປະກາດ: Xiong T


ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ ເລກທີ 570/ນຍ, ລົງວັນທີ 16 ກັນຍາ 2021

ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ ເລກທີ 570/ນຍ, ລົງວັນທີ 16 ກັນຍາ 2021

ວັນທີ: 29/09/2021 | ຜູ້ປະກາດ: Xiong T


ຄໍາສັ່ງວ່າດ້ວຍການນໍາເຂົາ, ຈໍລະຈອນຈໍາໜ່າຍ ແລະ ນໍາໃຊ້ ເຄື່ອງທົດສອບໄວ້ (AgRDTs) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດ COVID-19 ເລກທີ 1101/ສທ, ລົງວັນທີ 24 ກັນຍາ 2021

ຄໍາສັ່ງວ່າດ້ວຍການນໍາເຂົາ, ຈໍລະຈອນຈໍາໜ່າຍ ແລະ ນໍາໃຊ້ ເຄື່ອງທົດສອບໄວ້ (AgRDTs) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດ COVID-19 ເລກທີ 1101/ສທ, ລົງວັນທີ 24 ກັນຍາ 2021

ວັນທີ: 24/09/2021 | ຜູ້ປະກາດ: Xiong T


ແຈ້ງການ ເລື້້ອງ: ຜະລິດຕະພັນວັກຊິນປອມແປງ ( Medical Product Alert No5/2021: Falsified COVISISHIELD vaccine )

ແຈ້ງການ ເລື້້ອງ: ຜະລິດຕະພັນວັກຊິນປອມແປງ ( Medical Product Alert No5/2021: Falsified COVISISHIELD vaccine ) ສະບັບເລກທີ 7985/ກອຢ, ລົງວັນທີ 24 ສິງຫາ 2021

ວັນທີ: 24/08/2021


Medicinal plants used o treat Covid Patients

Health authorities say they are using medicinal plant extracts to treat the early stages of Covid-19 as part of a pilot programme.
The plants being trialled are lasabi and golden vegetable (phak khao thong), along with white rice pills (kaxaikhao), and are being used as an alternative remedy to cut the treatment costs of Covid-19.

ວັນທີ: 18/08/2021 | ຜູ້ປະກາດ: Xiong T


ກອງ​ປະ​ຊຸມ​ທາ​ບ​ທາມ​ຄຳ​ເຫັນ​ຕໍ່​ຮ່າງ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ຈົດ​ທະ​ບຽນ​ຢາ​ພື້ນ​ເມືອງ

ໃນລະຫວ່າງ ວັນທີ່ 9-10 ສິງຫາ 2021 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມເປີດກວ້າງ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍວ່າດ້ວຍການຈົດທະບຽນຢາພື້ິນເມືອງ ສະບັບສ້າງໃໝ່ ໂດຍການເປັນປະທານຂອງ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ມີຜູ້ເຂົ້າຮ່ວມຈາກສາຍແຜນງານອາຫານ ແລະ ຢາ ເຊິ່ງປະກອບ ສະຖາບັນການແພດ ການຢາພື້ນເມືອງ......

ວັນທີ: 09/08/2021 | ຜູ້ປະກາດ: Xiong T


ທາບທາມຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຜະລິດຕະພັນເຄື່ອງສຳອາງສະບັບປັບປຸງ

ໃນວັນທີ່ 28-29 ກໍລະກົດ 2021 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມທາບທາມຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຜະລິດຕະພັນເຄື່ອງສຳອາງສະບັບປັບປຸງ ໂດຍການເປັນປະທານຂອງທ່ານ ດຣ. ນ. ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ

 

ວັນທີ: 03/08/2021


ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ການບໍລິໂພກອາຫານ, ຢາ ແລະຜິດຕະພັນການແພດ ໃຫ້ແກ່ ສາທະນະນະຊົນຢູ່ 03 ແຂວງພາກເໜືອ

ໃນລະຫວ່າງ ວັນທີ 05-23 ກໍລະກົດ 2021 ທິມງານຈາກ ກະຊວງສາທາລະນະສຸກ, ກົມອາຫານ ແລະຢາ, ພະແນກ ຄຸ້ມຄອງ ໂຄສະນາ ແລະ ຂ່າວສານ ໄດ້ລົງເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ການນຳໃຊ້ຢາຕ້ານເຊື້ອ, ການບໍລິໂພກ ອາຫານ- ອາຫານເສີມ ເຄື່ອງສຳອ່າງ ໃຫ້ຖືກຕ້ອງ ແລະ ສົມເຫດສົມຜົນ, ການປ້ອງກັນຕົນເອງຈາກການລະບາດ ຂອງພະຍາດໂຄວິດ 19, ໃຫ້ແກ່ ສາທະນະນະຊົນ 03 ແຂວງພາກເໜືອ

 

ວັນທີ: 26/07/2021


ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA