ພະແນກຄຸ້ມຄອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ
ມາດຕາ 8 ຂອງຂໍ້ຕົກລົງຂອງກະຊວງສາທາລະນຸສກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຫານ ແລະ ຢາ ເລກທີ 0043/ກຊສ, ລົງວັນທີ 25 ມັງກອນ 2021 ກໍານົດໜ້າທີ່ຂອງ ພະແນກຄຸ້ມຄອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ດັ່ງລຸ່ມນີ້:
ສ້າງຮ່າງຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການກ່ຽວກັບວຽກງານອະນຸຍາດດຳເນີນທຸລະກິດ, ຂຶ້ນທະບຽນຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາກອນທຳມະຊາດທີ່ເປັນຢາ; ແລະ ສົ່ງເສີມຫຼັກການປະຕິບັດທີ່ດີ ໃນແຕ່ລະໄລຍະ ໃຫ້ກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ; ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ເຜີຍແຜ່ກົດໝາຍ, ນິຕິກຳ, ບັນຊີ, ຄູ່ມືປະຕິບັດ, ຂັ້ນຕອນການປະຕິບັດງານທີ່ເປັນມາດຕະຖານ ແລະ ແບບຟອມຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາກອນທຳມະຊາດທີ່ເປັນຢາ; ຄົ້ນຄວ້າວິທະຍາສາດກ່ຽວກັບການຄຸ້ມຄອງຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາ ກອນທຳມະຊາດທີ່ເປັນຢາ; ສົ່ງເສີມການນໍາໃຊ້ຢາພື້ນເມືອງສົມທົບຢາຫຼວງ ເຂົ້າໃນຕາໜ່າງສາທາລະນະສຸກຢ່າງກ້ວາງຂວາງ; ຊີ້ນຳວຽກງານສົ່ງເສີມການອະນຸລັກຊັບພະຍາກອນທຳມະຊາດທີ່ເປັນຢາ ໂດຍການສົ່ງເສີມການປູກ, ການລ້ຽງ, ການເພາະພັນພືດ ແລະ ສັດທີ່ເປັນຢາ ເພື່ອຜະລິດເປັນຜະລິດຕະພັນເຄິ່ງສຳເລັດຮູບ, ສຳເລັດຮູບ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ; ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸຍາດ, ຕໍ່ ແລະ ຖອນ ທະບຽນວິຊາຊີບເພສັດຊະກໍາ/ວິຊາສະເພາະ ແກ່ຫົວໜ່ວຍທຸລະກິດ ຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ຕາມລະບຽບຫຼັກການ; ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸຍາດ, ຕໍ່ ແລະ ຖອນ ທະບຽນຜະລິດຕະພັນຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ຕາມລະບຽບຫຼັກການ; ຄົ້ນຄວ້າ ແລະ ນໍາສະເໜີການຂໍອະນຸຍາດຂຸດຄົ້ນ ແລະ ເກັບກູ້ຊັບພະຍາກອນທຳມະຊາດ, ປູກພືດ-ລ້ຽງສັດທີ່ເປັນຢາ, ຊື້ ແລະ ສົ່ງອອກ ວັດຖຸດິບເຄິ່ງສຳເລັດຮູບທີ່ເປັນຢາ; ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸຍາດ, ຕໍ່ ແລະ ຖອນ ນຳເຂົ້າ-ສົ່ງອອກ, ສົ່ງຜ່ານຜະລິດຕະພັນຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ; ຄົ້ນຄວ້າ ແລະ ນຳສະເໜີ ອອກອະນຸຍາດ, ໂຈະ ແລະ ຖອນ ໃບຢັ້ງຢືນລະບົບການຜະລິດທີ່ດີ (GMP), ການຂາຍຍົກທີ່ດີ (GWP), ການຂາຍຍ່ອຍທີ່ດີ (GPP), ການເກັບຮັກສາທີ່ດີ (GSP), ການປະຕິບັດຫ້ອງທົດລອງທີດີ (GLP), ການຈໍາໜ່າຍ (CFS), ການສົ່ງອອກ (CPP) ແລະ ມາດຕະຖານຫ້ອງປຸງແຕ່ງທີ່ດີ ໂດຍປະສານງານກັບພາກສ່ວນທີ່ກ່ຽວຂ້ອງ; ຄົ້ນຄວ້າ, ແກ້ໄຂ ແລະ ປະຕິບັດມາດຕະການ ກ່ຽວກັບ ຜະລິດຕະພັນຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາກອນທຳມະຊາດທີ່ເປັນຢາ ທີ່ມີບັນຫາດ້ານມາດຕະຖານ, ຄຸນນະພາບ ແລະ ຄວາມປອດໄພ; ເປັນເສນາທິການໃຫ້ຄະນະກົມກ່ຽວກັບວຽກງານອາຊຽນດ້ານຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ; ຕິດຕາມ, ຊຸກຍູ້, ສົ່ງເສີມ, ກວດກາ ແລະ ປະເມີນຜົນ ວຽກງານຄຸ້ມຄອງຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາກອນທໍາມະຊາດທີເປັນຢາ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; ປະກອບສ່ວນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມການມີຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ໃຫ້ພຽງພໍ, ລາຄາເໝາະສົມ ແລະ ນຳໃຊ້ໃຫ້ສອດຄ່ອງກັບຫຼັກການ; ປະສານສົມທົບ, ແລກປ່ຽນ, ຮ່ວມມື ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບການຮັບປະກັນຄຸນນະພາບ, ມາດຕະຖານ, ການແຈ້ງເຕືອນແບບຮີບດ່ວນ ດ້ານຜະລິດຕະພັນຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ຊັບພະຍາກອນທໍາມະຊາດທີເປັນຢາ ທັງພາຍໃນ ແລະ ຕ່າງປະເທດ; ຂຶ້ນແຜນກິດຈະກຳ ແລະ ແຜນງົບປະມານ ພ້ອມທັງ ຕິດຕາມ, ຄຸ້ມຄອງ ແລະ ສຳເນົາເອກະສານກ່ຽວກັບວຽກງານຄຸ້ມຄອງຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ; ສະຫລຸບ, ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວວຽກງານ ປະຈຳອາທິດ ແລະ ເດືອນ ເພື່ອໃຫ້ພະແນກບໍລິຫານ ສັງລວມ ແລະ ລາຍງານ ໃຫ້ຄະນະກົມ; ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.ໂຄງຮ່າງການຈັດຕັ້ງ
