ພະແນກຄຸ້ມຄອງການຢາໂຮງໝໍ
ມາດຕາ 11 ຂອງຂໍ້ຕົກລົງຂອງກະຊວງສາທາລະນຸສກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຫານ ແລະ ຢາ ເລກທີ 0043/ກຊສ, ລົງວັນທີ 25 ມັງກອນ 2021 ກໍານົດໜ້າທີ່ຂອງ ພະແນກຄຸ້ມຄອງການຢາໂຮງໝໍ ດັ່ງລຸ່ມນີ້:
ຄົ້ນຄວ້າສ້າງຮ່າງນະໂຍບາຍ, ຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການກ່ຽວກັບວຽກງານຂຶ້ນທະບຽນຜະລິດຕະພັນຢາ ແລະ ອຸປະກອນການແພດ ທີ່ໃຊ້ໃນແຜນງານດ້ານສຸຂະພາບແຫ່ງຊາດ ແລະ ການຈັດຕັ້ງໃດໜຶ່ງໂດຍບໍ່ມີເປົ້າໝາຍທາງດ້ານທຸລະກິດ, ການສົ່ງເສີມການນຳໃຊ້ຢາສົມເຫດສົມຜົນ ແລະ ຢາຈຳເປັນພື້ນຖານ, ເຝົ້າລະວັງຄວາມປອດໄພຢາ ແລະ ອຸປະກອນການແພດ ໃນແຕ່ລະໄລຍະ ໃຫ້ກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ; ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ເຜີຍແຜ່ກົດໝາຍ, ນິຕິກຳລຸ່ມກົດໝາຍ, ຄູ່ມືປະຕິບັດ, ຂັ້ນຕອນການປະຕິບັດງານທີ່ເປັນມາດຕະຖານ ແລະ ແບບຟອມຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງການຢາໂຮງໝໍ; ພັດທະນາ ແລະ ປັບປຸງບັນຊີຢາຈໍາເປັນພື້ນຖານແຫ່ງຊາດ, ຄູ່ມືການນໍາໃຊ້ຢາແຫ່ງຊາດ, ຄູ່ມືຫຼັກການປະຕິບັດການຢາໂຮງໝໍທີ່ດີ ແລະ ຄູ່ມືເຝົ້າລະວັງຄວາມປອດໄພຈາກການນຳໃຊ້ຢາ ແລະ ອຸປະກອນການແພດ; ຄົ້ນຄວ້າ ແລະ ນໍາສະເໜີອອກອະນຸຍາດ, ຕໍ່, ໂຈະ ແລະ ຖອນ ທະບຽນຜະລິດຕະພັນຢາ ແລະ ອຸປະກອນການແພດ ທີ່ໃຊ້ໃນແຜນງານດ້ານສຸຂະພາບແຫ່ງຊາດ ແລະ ການຈັດຕັ້ງໃດໜຶ່ງ ໂດຍບໍ່ມີເປົ້າໝາຍທາງດ້ານທຸລະກິດ; ດຳເນີນການເກັບກຳຂໍ້ມູນ, ຕິດຕາມ, ສືບສວນ-ສອບສວນ ແລະ ປະເມີນຫາສາເຫດຂອງການເກີດຜົນສະທ້ອນຈາກການນຳໃຊ້ຢາ ແລະ ອຸປະກອນການແພດ ເພື່ອລາຍງານໃຫ້ຈຸດປະສານງານຂອງສາກົນ ແລະ ແຈ້ງເຕືອນ ຫຼື ອອກມາດຕະການ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ; ຄົ້ນຄວ້າ ແລະ ນຳສະເໜີ ອອກອະນຸຍາດ, ຕໍ່ ແລະ ຖອນ ໃບຢັ້ງຢືນລະບົບການຄຸ້ມຄອງການຢາໂຮງໝໍທີ່ດີ (GHPP); ສົ່ງເສີມການມີຢາ ແລະ ອຸປະກອນການແພດໃຫ້ພຽງພໍ, ລາຄາເໝາະສົມ ແລະ ນຳໃຊ້ໃຫ້ສອດຄ່ອງກັບຫຼັກການ ຢູ່ໃນສະຖານທີ່ສາທາລະນະສຸກແຕ່ລະຂັ້ນ ລວມທັງ ຕູ້ຢາປະຈຳບ້ານ; ຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານຮັບປະກັນການມີຢາ ແລະ ອຸປະກອນການແພດ, ການນຳໃຊ້ຢາສົມເຫດສົມຜົນ ແລະ ຜົນສະທ້ອນຈາກການນຳໃຊ້ຢາ ແລະ ອຸປະກອນການແພດ; ຄົ້ນຄວ້າວິທະຍາສາດກ່ຽວກັບການສົ່ງເສີມການນຳໃຊ້ຢາສົມເຫດສົມຜົນ, ການຕິດຕາມຜົນສະທ້ອນຈາກການນຳໃຊ້ຢາ ແລະ ອຸປະກອນການແພດ; ປະສານສົມທົບ, ແລກປ່ຽນ, ຮ່ວມມື ແລະ ສະໜອງຂໍ້ມູນຜົນສະທ້ອນຈາກການນໍາໃຊ້ຢາ ທີ່ໃຊ້ໃນແຜນງານດ້ານສຸຂະພາບແຫ່ງຊາດ ແລະ ການຈັດຕັ້ງໃດໜຶ່ງໂດຍບໍ່ມີເປົ້າໝາຍທາງດ້ານທຸລະກິດ ໂດຍປະສານງານກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ; ຂຶ້ນແຜນກິດຈະກຳ ແລະ ແຜນງົບປະມານ ພ້ອມທັງ ຕິດຕາມ, ຄຸ້ມຄອງ ແລະ ສຳເນົາເອກະສານກ່ຽວກັບວຽກງານຄຸ້ມຄອງຢາໂຮງໝໍ; ສະຫລຸບ, ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວວຽກງານ ປະຈຳອາທິດ ແລະ ເດືອນ ເພື່ອໃຫ້ພະແນກບໍລິຫານ ສັງລວມ ແລະ ລາຍງານ ໃຫ້ຄະນະກົມ; ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.ໂຄງຮ່າງການຈັດຕັ້ງ