ພະແນກຄຸ້ມຄອງຢາຫຼວງ ແລະ ອຸປະກອນການແພດ
ມາດຕາ 7 ຂອງຂໍ້ຕົກລົງຂອງກະຊວງສາທາລະນຸສກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຫານ ແລະ ຢາ ເລກທີ 0043/ກຊສ, ລົງວັນທີ 25 ມັງກອນ 2021 ກໍານົດໜ້າທີ່ຂອງ ພະແນກຄຸ້ມຄອງຢາຫຼວງ ແລະ ອຸປະກອນການແພດ ດັ່ງລຸ່ມນີ້:
ສ້າງຮ່າງຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການກ່ຽວກັບວຽກງານຂຶ້ນທະບຽນວິຊາຊີບເພສັດຊະກຳ, ຂຶ້ນທະບຽນຜະລິດຕະພັນຢາ ແລະ ອຸປະກອນການແພດ; ແລະ ຢັ້ງຢືນການປະຕິບັດຫຼັກການທີ່ດີ ດ້ານຢາ ແລະ ອຸປະກອນການແພດ ໃນແຕ່ລະໄລຍະ ໃຫ້ກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ;
ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ເຜີຍແຜ່ ກົດໝາຍ, ນິຕິກຳລຸ່ມກົດໝາຍ, ຄູ່ມືປະຕິບັດ, ຂັ້ນຕອນການປະຕິບັດງານທີ່ເປັນມາດຕະຖານ ແລະ ແບບຟອມຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງຢາ ແລະ ອຸປະກອນການແພດ;
ຄົ້ນຄວ້າວິທະຍາສາດກ່ຽວກັບການຄຸ້ມຄອງຜະລິດຕະພັນຢາ ແລະ ອຸປະກອນການແພດ;
ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸຍາດ, ຕໍ່, ໂຈະ ແລະ ຖອນທະບຽນວິຊາຊີບເພສັດຊະກໍາ ແກ່ຫົວໜ່ວຍທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ ຕາມລະບຽບຫຼັກການ;
ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸຍາດ, ຕໍ່ ແລະ ຖອນທະບຽນຜະລິດຕະພັນຢາ ແລະ ອຸປະກອນການແພດ ຕາມລະບຽບຫຼັກການ;
ຄົ້ນຄວ້າ, ກວດກາ ແລະ ປະເມີນຜົນ ອອກອະນຸຍາດ, ໂຈະ ແລະ ຖອນ ໃບຢັ້ງຢືນລະບົບການຜະລິດທີ່ດີ (GMP), ການຂາຍຍົກທີ່ດີ (GWP), ການຂາຍຍ່ອຍທີ່ດີ (GPP), ການເກັບຮັກສາທີ່ດີ (GSP), ການປະຕິບັດຫ້ອງທົດລອງທີດີ (GLP), ການຈໍາໜ່າຍ (CFS) ແລະ ການສົ່ງອອກ (CPP) ໂດຍປະສານງານກັບພາກສ່ວນທີ່ກ່ຽວຂ້ອງ;
ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸຍາດ ຫຼື ຖອນ ນຳເຂົ້າ-ສົ່ງອອກ, ສົ່ງຜ່ານຜະລິດຕະພັນຢາ ແລະ ອຸປະກອນການແພດ;
ຕິດຕາມ, ຊຸກຍູ້, ສົ່ງເສີມ, ກວດກາ ແລະ ປະເມີນຜົນ ວຽກງານຄຸ້ມຄອງຜະລິດຕະພັນຢາ ແລະ ອຸປະກອນການແພດໃນພາກເອກະຊົນ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ແຕ່ລະໄລຍະ;
ເປັນເສນາທິການໃຫ້ຄະນະກົມກ່ຽວກັບວຽກງານອາຊຽນດ້ານຢາ ແລະ ອຸປະກອນການແພດ;
ຄົ້ນຄວ້າ, ແກ້ໄຂ ແລະ ປະຕິບັດມາດຕະການ ກ່ຽວກັບຜະລິດຕະພັນຢາ ແລະ ອຸປະກອນການແພດ ທີ່ມີບັນຫາດ້ານມາດຕະຖານ, ຄຸນນະພາບ ແລະ ຄວາມປອດໄພ;
ປະສານສົມທົບ, ແລກປ່ຽນ, ຮ່ວມມື ແລະ ສະໜອງຂໍ້ມູນຂ່າວສານ ກ່ຽວກັບການຮັບປະກັນຄຸນນະພາບ, ມາດຕະຖານ, ການແຈ້ງເຕືອນແບບຮີບດ່ວນ ດ້ານຜະລິດຕະພັນຢາ ແລະ ອຸປະກອນການແພດ ທັງພາຍໃນ ແລະ ຕ່າງປະເທດ;
ປະກອບສ່ວນກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຊື້, ສະໜອງຜະລິດຕະພັນຢາ ແລະ ອຸປະກອນການແພດ;
ປະກອບສ່ວນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມການມີຢາຫຼວງ ແລະ ອຸປະກອນການແພດໃຫ້ພຽງພໍ, ລາຄາເໝາະສົມ ແລະ ນຳໃຊ້ໃຫ້ສອດຄ່ອງກັບຫຼັກການ;
ຂຶ້ນແຜນກິດຈະກຳ ແລະ ແຜນງົບປະມານ ພ້ອມທັງ ຕິດຕາມ, ຄຸ້ມຄອງ ແລະ ສຳເນົາເອກະສານກ່ຽວກັບວຽກງານຢາຫຼວງ ແລະ ອຸປະກອນການແພດ;
ສະຫລຸບ, ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວວຽກງານ ປະຈຳອາທິດ ແລະ ເດືອນ ເພື່ອໃຫ້ພະແນກບໍລິຫານ ສັງລວມ ແລະ ລາຍງານ ໃຫ້ຄະນະກົມ;
ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.
ໂຄງຮ່າງການຈັດຕັ້ງ

ເອກະສານທີ່ກ່ຽວຂ້ອງ
| # | ຊື່ເອກະສານ | ພາສາ | ດາວໂຫຼດ |
|---|---|---|---|
| 1 | ບັນຊີລາຍການຢາຈົດທະບຽນສະບັບລ້າສຸດ ເດືອນ 12 ປີ 2022 | Lao | ດາວໂຫຼດ |