ພະແນກບໍລິຫານ
ມາດຕາ 13 ຂອງຂໍ້ຕົກລົງຂອງກະຊວງສາທາລະນຸສກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຫານ ແລະ ຢາ ເລກທີ 0043/ກຊສ, ລົງວັນທີ 25 ມັງກອນ 2021 ກໍານົດໜ້າທີຂອງພະແນກບໍລິຫານ ດັ່ງລຸ່ມນີ້:
ສັງລວມຮ່າງຍຸດທະສາດ, ແຜນງານ, ແຜນການ ແລະ ໂຄງການກ່ຽວກັບວຽກງານອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນແຕ່ລະໄລຍະ;
ຂຶ້ນແຜນງົບປະມານ, ຄຸ້ມຄອງລາຍຮັບ-ລາຍຈ່າຍ, ການນຳໃຊ້ງົບປະມານ ແລະ ສະຫຼຸບລາຍງານ ປະຈໍາອາທິດ, ປະຈຳເດືອນ, 03 ເດືອນ, 06 ເດືອນ, 9 ເດືອນ, ປີ, ກາງສະໄໝ ແລະ 5 ປີຂອງກົມ;
ເປັນເສນາທິການໃຫ້ຄະນະກົມ ແລະ ເປັນຈຸດໃຈກາງພົວພັນປະສານງານ, ອຳນວຍຄວາມສະດວກພາຍໃນ ແລະ ພາກສ່ວນທີ່ກ່ຽວຂ້ອງ;
ຄົ້ນຄວ້າ ແລະ ປະເມີນການຈັດຕັ້ງປະຕິບັດ ກົດໝາຍ, ນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງອາຫານ ແລະ ຢາ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
ຄຸ້ມຄອງ, ພັດທະນາ ແລະ ບຳລຸງຮັກສາລະບົບບໍລິຫານລັດດ້ວຍອີເລັກໂຕຼນິກ;
ຕິດຕາມ, ກວດກາ ແລະ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຕ່ລະໄລຍະໃຫ້ຖືກຕ້ອງຕາມລະບຽບການ;
ຕິດຕາມ, ຊຸກຍູ້ການນໍາໃຊ້ງົບປະມານຂອງລັດຖະບານ ແລະ ທຶນຊ່ວຍເຫຼືອ ຕ່າງໆ ຂອງກົມ ແລະ ສາຍແຜນງານອາຫານ ແລະ ຢາ.
ຄຸ້ມຄອງ ພະນັກງານ-ລັດຖະກອນ, ຂຶ້ນແຜນການກໍ່ສ້າງ-ບຳລຸງຍົກລະດັບ, ສະເໜີການເລື່ອນຊັ້ນຂັ້ນເງິນເດືອນ, ການປະຕິບັດນະໂຍບາຍ, ຍ້ອງຍໍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນພາຍໃນກົມ;
ຄຸ້ມຄອງ ແລະ ນຳໃຊ້ຊັບສົມບັດສ່ວນລວມ, ຍານພາຫະນະ, ນ້ຳມັນເຊື້ອໄຟ, ວຽກງານສ້ອມແປງ, ອຸປະກອນຮັບໃຊ້ ແລະ ເຄຫາສະຖານຕ່າງໆຂອງກົມ;
ຄຸ້ມຄອງ ແລະ ບໍລິຫານເອກະສານຂາເຂົ້າ-ຂາອອກ, ສຳເນົາ, ຈັດພິມ, ຈັດສົ່ງ ພ້ອມທັງ ຄຸ້ມຄອງຕາປະທັບຂອງກົມ ແລະ ກາຈ້ຳຊື່ຂອງຄະນະກົມ;
ຮັບຜິດຊອບວຽກງານພິທີການ, ການຮັບແຂກ, ຈັດກອງປະຊຸມ, ການປະຊາສຳພັນ, ວຽກງານປ້ອງກັນ, ຄວາມເປັນລະບຽບຮຽບຮ້ອຍຈົບງາມພາຍໃນກົມ;
ຊ່ວຍຄະນະກົມໃນການຄຸ້ມຄອງໂຄງການ, ງົບປະມານ, ວຽກງານຈັດຊື້, ຈັດຈ້າງ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວຽກງານອາຫານ ແລະ ຢາ;
ເປັນຫ້ອງການກອງເລຂາຂອງຄະນະກຳມະການແຫ່ງຊາດ ເພື່ອຄຸ້ມຄອງອາຫານ ແລະ ຢາ;
ຄຸ້ມຄອງ ແລະ ຊີ້ນຳ ວຽກງານ ກວດກາອາຫານ, ຢາ ແລະ ປະຈໍາດ່ານ;
ຮຽກໂຮມ, ພົວພັນ, ຮ່ວມມື ແລະ ປະສານບັນດາຂະແໜງພາຍໃນກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມກອງປະຊຸມ ແລະ ບັນທຶກກອງປະຊຸມຕ່າງໆ ກ່ຽວກັບ ວຽກງານອາຫານ ແລະ ຢາ ທັງພາຍໃນ ແລະ ຕ່າງປະເທດ;
ປະສານສົມທົບ ແລະ ໃຫ້ການຮ່ວມມືກັບຄະນະກວດກາປິດສະຫຼຸບບັນຊີງົບປະມານຂອງຕົວເລກສູນໂມງ ແລະ ປິດສະຫຼຸບຂາດຕົວງົບປະມານປະຈຳປີ;
ສະຫຼຸບ, ສັງລວມ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນຂອບເຂດທົ່ວປະເທດ ຕາມກຳນົດເວລາຢ່າງເປັນປົກກະຕິ;
ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.
ໂຄງຮ່າງການຈັດຕັ້ງ

ເອກະສານທີ່ກ່ຽວຂ້ອງ
| # | ຊື່ເອກະສານ | ພາສາ | ດາວໂຫຼດ |
|---|---|---|---|
| 1 | Test Laorrr | Lao | ດາວໂຫຼດ |