ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ພະແນກຄຸ້ມຄອງຢາເສບຕິດ, ເຄມີ ແລະ ເຄື່ອງສໍາອາງ

  ມາດຕາ 10 ຂອງຂໍ້ຕົກລົງຂອງກະຊວງສາທາລະນຸສກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຫານ ແລະ ຢາ ເລກທີ 0043/ກຊສ, ລົງວັນທີ 25 ມັງກອນ 2021 ກໍານົດໜ້າທີ່ຂອງ ພະແນກຄຸ້ມຄອງຢາເສບຕິດ, ເຄມີ ແລະ ເຄື່ອງສໍາອາງ ດັ່ງລຸ່ມນີ້:  

1.          ​ຄົ້ນຄວ້າສ້າງຮ່າງ​ນະໂຍບາຍ, ຍຸດ​ທະ​ສາດ, ແຜນ​ງານ, ​ແຜນ​ການ ແລະ ​ໂຄງ​ການກ່ຽວກັບວຽກງານຄຸ້ມຄອງ​ຢາເສບຕິດ ແລະ  ວັດຖຸ​ອອກ​ລິດ​ຕໍ່​ຈິດ-ປະສາດ; ເຄມີຄວບຄຸມ ແລະ ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ; ແລະ ເຄື່ອງສໍາອາງ ໃນແຕ່ລະໄລຍະ ໃຫ້ກະທັດ​ຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ;

2.          ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ເຜີຍແຜ່ກົດໝາຍ, ນິຕິ​ກຳລຸ່ມກົດໝາຍ, ຄູ່ມືປະຕິບັດ, ຂັ້ນຕອນການປະຕິບັດງານທີ່ເປັນມາດຕະຖານ ແລະ ແບບຟອມຕ່າງໆ ກ່ຽວກັບການຄຸ້ມຄອງ​ຢາເສບຕິດ ແລະ ວັດຖຸ​ອອກ​ລິດ​ຕໍ່​ຈິດ-ປະສາດ; ເຄມີຄວບຄຸມ ແລະ ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ; ແລະ ເຄື່ອງສໍາອາງ;

3.          ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸຍາດ, ຕໍ່, ໂຈະ ແລະ ຖອນ ໃບທະບຽນວິຊາຊີບເພສັດຊະກໍາ ແລະ ໃບທະບຽນທາງດ້ານວິຊາການ ກ່ຽວກັບເຄື່ອງສໍາອາງ ແລະ  ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ຕາມລະບຽບການ;

4.          ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸຍາດ ແລະ ຕໍ່ການຢັ້ງຢືນຈົດແຈ້ງຜະລິດຕະພັນເຄື່ອງສໍາອາງ ແລະ ຂຶ້ນທະບຽນຜະລິດຕະພັນເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ຕາມລະບຽບຫຼັກການ;

5.          ຄົ້ນຄວ້າ ແລະ ນຳສະເໜີ ອອກອະນຸມັດ, ໂຈະ ແລະ ຖອນໃບຢັ້ງຢືນລະບົບການຜະລິດທີ່ດີ (GMP), ການເກັບຮັກສາທີ່ດີ (GSP), ການປະຕິບັດຫ້ອງທົດລອງທີດີ (GLP), ການຈໍາໜ່າຍ (CFS) ສໍາລັບຜະລິດຕະພັນເຄື່ອງສໍາອາງ ແລະ  ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ໂດຍປະສານງານກັບພາກສ່ວນທີ່ກ່ຽວຂ້ອງ;

6.          ຄົ້ນຄວ້າ ແລະ ນໍາສະເໜີ ການອະນຸຍາດ ຫຼື ຍົກເລີກ ສົ່ງອອກ-ນຳເຂົ້າ, ສົ່ງຜ່ານ​ຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ, ເຄມີຄວບຄຸມ ແລະ ​ເຄມີອັນຕະລາຍ​ທີ່ໃຊ້​ໃນ​ຄົວ​ເຮືອນ;

7.          ຄົ້ນຄວ້າ ແລະ ນໍາສະເໜີໂຄຕ້ານໍາເຂົ້າ ແລະ ລາຍງານການນໍາເຂົ້າປະເພດຢາເສບຕິດ, ວັດຖຸອອກລິດຕໍ່ຈິດ-ປະສາດ ປະຈໍາໄຕມາດ ແລະ ປະຈໍາປີ ຕໍ່ ອົງການຄວບຄຸມຢາເສບຕິດສາກົນ (INCB);

8.          ເປັນຈຸດປະສານງານພາຍໃນປະເທດ ກ່ຽວກັບແຈ້ງເຕືອນ ກ່ອນການນໍາເຂົ້າສານເຄມີຄວບຄຸມ ຈາກປະເທດຜູ້ສົ່ງອອກ ໂດຍຜ່ານລະບົບ PEN-Online, ລາຍງານການນໍາເຂົ້າ ແລະ ປະເມີນແຜນຄວາມຕ້ອງການການນໍາໃຊ້ສານເຄມີຄວບຄຸມປະຈໍາປີ  ໃຫ້ແກ່ອົງການຄວບຄຸມຢາເສບຕິດສາກົນ (INCB);

9.          ເປັນເສນາທິການໃຫ້ຄະນະກົມກ່ຽວກັບວຽກງານອາຊຽນດ້ານເຄື່ອງສຳອາງ;

10.       ປະສານສົມທົບ, ແລກປ່ຽນ, ຮ່ວມມື ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບການຮັບປະກັນຄຸນນະພາບ, ມາດຕະຖານ, ການແຈ້ງເຕືອນແບບຮີບດ່ວນ ດ້ານຢາເສບຕິດ ແລະ  ວັດຖຸ​ອອກ​ລິດ​ຕໍ່​ຈິດ-ປະສາດ, ເຄມີຄວບຄຸມ, ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ແລະ ເຄື່ອງສໍາອາງ ທັງພາຍໃນ ແລະ ຕ່າງປະເທດ;

11.       ຕິດຕາມ, ຊຸກຍູ້​,  ສົ່ງເສີມ, ກວດກາ ແລະ ປະເມີນຜົນ ວຽກງານຄຸ້ມຄອງຢາ​ເສບ​ຕິດ, ວັດ​ຖຸ​ອອກ​ລິດຕໍ່​ຈິດ-ປະ​ສາດ​, ເຄ​ມີ​ຄວບຄຸມ,  ເຄື່ອງສໍາອາງ ແລະ ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ແຕ່ລະໄລຍະ;

12.       ປະກອບສ່ວນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງເສີມການມີຢາ​ເສບ​ຕິດທາງການແພດ, ວັດ​ຖຸ​ອອກ​ລິດຕໍ່​ຈິດ-ປະ​ສາດ​ ໃຫ້ພຽງພໍ, ລາຄາເໝາະສົມ ແລະ ນຳໃຊ້ໃຫ້ສອດຄ່ອງກັບຫຼັກການ;

13.       ຄົ້ນຄວ້າວິທະຍາສາດ ກ່ຽວກັບການຄຸ້ມຄອງ​ຢາເສບຕິດ ແລະ  ວັດຖຸ​ອອກ​ລິດ​ຕໍ່​ຈິດ-ປະສາດ; ເຄມີຄວບຄຸມ ແລະ ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ; ແລະ ເຄື່ອງສໍາອາງ;

14.       ຂຶ້ນແຜນກິດຈະກຳ ແລະ ແຜນງົບປະມານ ພ້ອມທັງ ຕິດຕາມ, ຄຸ້ມຄອງ ແລະ ສຳເນົາເອກະສານກ່ຽວກັບວຽກງານອາຫານ;

15.       ສະຫລຸບ, ສັງລວມ ແລະ ລາຍ​ງານສະພາບ​ການ​ເຄື່ອນ​ໄຫວວຽກງານ ປະຈຳອາທິດ ແລະ ເດືອນ ເພື່ອ​ໃຫ້ພະແນກບໍລິຫານ ສັງລວມ ແລະ ລາຍງານ ໃຫ້ຄະນະກົມ​;

ປະຕິບັດ​ໜ້າ​ທີ່​ອື່ນ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນເທິງ.

ໂຄງຮ່າງການຈັດຕັ້ງ

ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA