ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ພະແນກຄຸ້ມຄອງການໂຄສະນາຂ່າວສານ

ມາດຕາ 12 ຂອງຂໍ້ຕົກລົງຂອງກະຊວງສາທາລະນຸສກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຫານ ແລະ ຢາ ເລກທີ 0043/ກຊສ, ລົງວັນທີ 25 ມັງກອນ 2021 ກໍານົດໜ້າທີ່ຂອງຄຸ້ມຄອງໂຄສະນາ ່ແລະ ຂ່າວສານ ດັ່ງລຸ່ມນີ້:

​ຄົ້ນຄວ້າສ້າງຮ່າງ​ນະໂຍບາຍ, ຍຸດ​ທະ​ສາດ, ແຜນ​ງານ, ​ແຜນ​ການ ແລະ ​ໂຄງ​ການກ່ຽວກັບວຽກງານຄຸ້ມຄອງ ແລະ ເຝົ້າລະວັງການໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານຄວາມປອດໄພອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນແຕ່ລະໄລຍະ ໃຫ້ກະທັດ​ຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ; ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ເຜີຍແຜ່ກົດໝາຍ, ນິຕິກຳລຸ່ມກົດໝາຍ, ຄູ່ມືປະຕິບັດ, ຂັ້ນຕອນການປະຕິບັດງານທີ່ເປັນມາດຕະຖານ ແລະ ແບບຟອມຕ່າງໆ ກ່ຽວກັບວຽກງານໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ; ຄົ້ນຄວ້າ, ອອກແບບ, ປັບປຸງ, ພັດທະນາຮູບແບບ, ເນື້ອໃນການໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຄຸນນະພາບ ແລະ ຄວາມປອດໄພຂອງອາຫານ,  ຢາ ແລະ ຜະລິດຕະພັນການແພດ; ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບອາຫານ, ຢາ ແລະ ຜະລິດຕະພັນການແພດໃຫ້ແກ່ຜູ້ບໍລິໂພກ ແລະ ສາທາລະ ນະຊົນທົ່ວໄປໂດຍຜ່ານສື່ໂຄສະນາຕ່າງໆ ເຊັ່ນ:  ວາລະສານອາຫານ ແລະ ຢາ, ເວບໄຊ໌, ໂປສະເຕີ, ແອັບພີເຄເຊິນ, ແຜ່ນພັບ, ສະປ໋ອດໂທລະພາບ ແລະ ວິທະຍຸ ແລະ ອື່ນໆ; ສ້າງຄວາມເຂັ້ມແຂງດ້ານການໃຫ້ຂໍ້ມູນຂ່າວສານ ກ່ຽວກັບອາຫານ,  ຢາ ແລະ  ຜະ​ລິດ​ຕະ​ພັນ​ການ​ແພດ ໃຫ້ແກ່ພະນັກງານສາທາລະນະສຸກ ແລະ​ ຜູ້ປະກອບການ; ຄົ້ນຄວ້າ ແລະ ນໍາສະເໜີ ອອກອະນຸມັດ, ຕໍ່, ໂຈະ ແລະ ຖອນດ້ານເນື້ອໃນ ການເຜີຍແຜ່ ແລະ ໂຄສະນາ ກ່ຽວກັບຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດ ທັງພາກລັດ ແລະ ເອກະຊົນ; ຄຸ້ມຄອງ, ຕິດຕາມ, ເຝົ້າລະວັງ ກ່ຽວກັບການໂຄສະນາຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດເພື່ອຮັບປະກັນໃຫ້ຖືກຕ້ອງຕາມລະບຽບການ; ຄົ້ນຄວ້າ ແລະ ນຳສະເໜີ ແກ້ໄຂບັນຫາ ຄຳຮ້ອງຟ້ອງ-ຮ້ອງທຸກ ກ່ຽວກັບໂຄສະນາທີ່ບໍ່ໄດ້ຮັບອະນຍຸາດ ແລະ ບໍ່ສອດຄ່ອງກັບຄຸນລັກສະນະຂອງຜະລິດຕະພັນ ໂດຍປະສານງານກັບພາກສ່ວນທີ່ກ່ຽວຂ້ອງ; ປະສານສົມທົບ, ແລກປ່ຽນ, ຮ່ວມມື ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບການຮັບປະກັນຄຸນນະພາບ, ມາດຕະຖານ, ການແຈ້ງເຕືອນ ດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ; ຂຶ້ນແຜນກິດຈະກຳ ແລະ ແຜນງົບປະມານ ພ້ອມທັງ ຕິດຕາມ, ຄຸ້ມຄອງ ແລະ ສຳເນົາເອກະສານກ່ຽວກັບວຽກງານຄຸ້ມຄອງໂຄສະນາ ແລະ ຂ່າວສານ; ສະຫລຸບ, ສັງລວມ ແລະ ລາຍງານສະພາບການເຄື່ອນໄຫວວຽກງານ ປະຈຳອາທິດ ແລະ ເດືອນ ເພື່ອໃຫ້ພະແນກບໍລິຫານ ສັງລວມ ແລະ ລາຍງານ ໃຫ້ຄະນະກົມ; ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA