ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ຂ່າວສານ ແລະ ເຫດການ

ກອງປະຊຸມຖອດຖອນບົດຮຽນໃນການກະກຽມການຈັດຕັ້ງປະຕິບັດ ການສອບເສັງລະດັບຊາດຂອງຄະນະວິຊາຊີບເພສັຊກັມ ວັນທີ 29 ມີນາ 2024

ໃນວັນທີ 29 ມີນາ 2024 ໄດ້ຈັດກອງປະຊຸມຖອດຖອນບົດຮຽນໃນການກະກຽມ ການຈັດຕັ້ງ ປະຕິບັດ ການສອບເສັງລະດັບຊາດ  ເພື່ອອອກໃບປະກອບວິຊາຊີບໃຫ້ແກ່ຜູ້ທີ່ສຳເລັດການສຶກສາ ວິຊາເພສັຊສາດລະດັບປະລິນຍາຕີ ແລະ ລຸ່ມປະລີນຍາຕີ ໃນປີ 2024. ກອງປະຊຸມດັ່ກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ. ໂດຍການເປັນປະທານຂອງ ທ່ານ ສຈ.ພິເສດ ດຣ ຖະໜອມ ອິນສານ ຫົວໜ້າຄະນະ ກຳມະການວິຊາຊີບເພສັຊກັມ. ໃຫ້ກຽດເຂົ້າຮ່ວມກອງປະຊູມໃນຄັ້ງນີ້ມີ ທ່ານ ສຈ ປອນເມກ ດາລາລອຍ ປະທານສະພາ ຄຸ້ມຄອງວິຊາຊີບປິ່ນປົວ, ບັນດາທ່ານໃນຄະນະກຳມະການວິຊາຊີບເພສັຊກັມ, ຜູ້ຕາງໜ້າຈາກບອດທ່ານໝໍ, ບອດພະຍາບານ ແລະ ຜະດຸງຄັນ, ຄະນະພະແນກການຢາ ແລະ ອຸປະກອນການແພດ, ອາຈານອາວຸໂສ, ຄູອາຈານ ຄະນະເພສັຊສາດ ເຂົ້າຮ່ວມລວມທັງໝົດ 45 ທ່ານ

 

 

ວັນທີ: 01/04/2024


ກອງປະຊຸມເປີດກວ້າງ ຜ່ານຮ່າງເນື້ອໃນ ຂໍ້ຕົກລົງວ່າດ້ວຍ ການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ (ສະບັບປັບປຸງ) ໃນລະຫວ່າງວັນທີ 19-21 ມີນາ 2024

ໃນລະຫວ່າງວັນທີ 19-21 ມີນາ 2024 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມເປີດກວ້າງ ຜ່ານຮ່າງເນື້ອໃນ ຂໍ້ຕົກລົງວ່າດ້ວຍ ການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ (ສະບັບປັບປຸງ) ສໍາລັບກົມກອງອ້ອມຂ້າງກະຊວງສາທາລະນະສຸກ ທີ່ ນາປ່າກວາງລີສອດ ເມືອງແກ້ວອຸດົມ ແຂວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ດຣ ນາງ ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫ້ອງການກະຊວງສາທາລະນະສຸກ, ກົມລ້ຽງສັດ ແລະ ການປະມົງ, ກົມປູກຝັງ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຄະນະຂະແໜງອາຫານ ແລະ ຢາຈາກ: ນະຄອນຫຼວງ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງຫຼວງນໍ້າທາ, ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ແລະ ບໍລິສັດຂາອອກ-ຂາເຂົ້າອາຫານ ລວມທັງໝົດ 65 ທ່ານ

 

 

ວັນທີ: 01/04/2024


ກອງປະຊຸມສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານກຳມະບານປະຈຳປີ 2023, ທິດທາງແຜນການປີ 2024 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານ ກົມອາຫານ ແລະ ຢາ ໃນວັນທີ 21 ມີນາ 2024

ກອງປະຊຸມສະຫຼຸບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານກຳມະບານປະຈຳປີ 2023, ທິດທາງແຜນການປີ 2024 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານ ກົມອາຫານ ແລະ ຢາ ໃນວັນທີ 21 ມີນາ 2024. ໂດຍການເປັນປະທານຂອງທ່ານ ປະລິນຍາເອກ ດຣ ບຸນເລື່ອນ ດວງເດືອນ ຮອງປະທານກຳມະບານຮາກຖານ ກະຊວງສາທາລະນະສຸກ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືຶອງ, ທ່ານ ປະລິນຍາເອກ ດຣ ບຸນຊູ ແກ້ວຫາວົງ ຄະນະພັກກະຊວງສາທາລະນະສຸກ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ ສຸກສົມຄວນ ຈັນທະມາດ ເລຂາພັກຮາກຖານ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີສະມາກຊິກກຳມະບານຮາກຖານຂອງກົມອາຫານ ແລະ ຢາ ລວມທັງໝົດ....ສະຫາຍ

 

 

ວັນທີ: 26/03/2024


ກອງປະຊຸມ ປຶກສາຫາລື ແລະ ຮັບຮອງແຜນຍຸດທະສາດແຫ່ງຊາດດ້ານການແພດ ແລະ ການຢາພື້ນເມືອງ ສະບັບປັບປຸງ (ປີ2024-2030)

ກອງປະຊຸມ ປຶກສາຫາລື ແລະ ຮັບຮອງແຜນຍຸດທະສາດແຫ່ງຊາດດ້ານການແພດ ແລະ ການຢາພື້ນເມືອງ ສະບັບປັບປຸງ (ປີ2024-2030)ໄດ້ຈັດຂື້ນ ໃນລະຫວ່າງວັນທີ 18-20 ມີນາ 2024 ທີ່ໂຮງແຮມ ທະວີສຸກ, ເມືອງ ວັງວຽງ, ແຂວງ ວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ເຂົ້າຮ່ວມກອງປະຊຸມທີ່ສຳຄັນໃນຄັ້ງນີ້ມີ ຫ້ອງການກະຊວງສາທາລະນະສຸກ, ຫ້ອງການປະກັບສຸຂະພາບ, ກົມປີ່ນປົວ ແລະ ຝື້ນຟູໜ້າທີ່ການ,  ກົມແຜນການ ແລະ ການເງິນ, ຄະນະບໍດີ ຄະນະເພສັຊສາດ,  6 ໂຮງໝໍສູນກາງ, ພະແນກສາທາລະນະສຸກ 17 ແຂວງ ແລະ 1 ນະຄອນຫຼວງ, ກອງກວດກາ ອາຫານ ແລະ ຢາ, ສະຖາບັນການແພດ-ການຢາພື້ນເມືອງ, ສູນວິໄຈອາຫານ ແລະ ຢາ, ສູນສະໜອງຢາ ແລະ ອຸປະກອນການແພດ, ອົງການອະນາໄມໂລກ ແລະ ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ 123 ທ່ານ

 

ວັນທີ: 20/03/2024


ກອງປະຊຸມຮ່ວມກັບຊ່ຽວຊານຈາກ ICARS ເພື່ອຈັດຕັ້ງປະຕິບັດໂຄງການ ຫຼັກການຂາຍຍ່ອຍຢາທີ່ດີ ໂດຍລົງເລິກການຄຸ້ມຄອງ ແລະ ການຈ່າຍຢາຂອງຮ້ານຂາຍຍ່ອຍຢາ ວັນທີ 4-7 ມີນາ 2024

ໃນລະຫວ່າງວັນທີ 4-7 ມີນາ 2024 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຮ່ວມກັບຊ່ຽວຊານຈາກ ICARS ເພື່ອຈັດຕັ້ງປະຕິບັດໂຄງການ ຫຼັກການຂາຍຍ່ອຍຢາທີ່ດີ ໂດຍລົງເລິກການຄຸ້ມຄອງ ແລະ ການຈ່າຍຢາຂອງຮ້ານຂາຍຍ່ອຍຢາ. ໂດຍການເປັນປະທານຂອງທ່ານ ບຸນເລື່ອນ ພະລາຊະໂຍທາ ຫົວໜ້າກອງກວດກາ ອາຫານ ແລະ ຢາ. ກອງປະຊຸມໃນຄັ້ງນີ້ມີ ຜູ້ຊ່ຽວຊານຈາກໂຄງການ ICARS, ຜູ້ຕ່າງໜ້າຈາກອົງການອະນາໄມໂລກ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ກົມອາຫານ ແລະ ຢາ ແລະກອງກວດກາອາຫານ ແລະ ຢາ ລວມທັງໝົດ 17 ທ່ານ.

ວັນທີ: 18/03/2024


ໃນລະຫວ່າງວັນທີ 16 ແລະ 19-21 ກຸມພາ 2024 ຝຶກອົບຮົມການຂໍອະນຸຍາດຂື້ນທະບຽນຢາ ແລະ ອຸປະກອນການແພດຜ່ານລະບົບອອນລາຍ LaoReg ໃຫ້ແກ່ເຈົ້າໜ້າທີອາຫານ ແລະ ຢາ ແລະ ຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນການແພດ ທີ່ໂຮງແຮມດອນຈັນພາເລດ

ໃນລະຫວ່າງວັນທີ 16 ແລະ 19-21 ກຸມພາ 2024 ຝຶກອົບຮົມການຂໍອະນຸຍາດຂື້ນທະບຽນຢາ ແລະ ອຸປະກອນການແພດຜ່ານລະບົບອອນລາຍ LaoReg ໃຫ້ແກ່ເຈົ້າໜ້າທີອາຫານ ແລະ ຢາ ແລະ ຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນການແພດ ທີ່ໂຮງແຮມດອນຈັນພາເລດ, ໂດຍການເປັນປະທານຂອງທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ. ຊຶ່ງມີ Dr. Valerio Reggi  ທີ່ປຶກສາລະບົບຂຶ້ນທະບຽນອອນລາຍ LaoReg ເປັນວິທະຍາກອນ ໂດຍມີຜູ້ ເຂົ້າຮ່ວມ ຝຶກອົບຮົມໃນຄັ້ງນີ້ມີ :​ ພະນັກງານ ຈາກສູນວິໄຈອາຫານ ແລະ ຢາ, ກອງກວດການອາຫານ ແລະ ຢາ, ຜູ້ປະກອບການທຸລະກິດ ນໍາເຂົ້າ-ສົ່ງອອກຢາ ແລະ ອຸປະກອນ ການແພດ ແລະ ບັນດາພະແນກການພາຍໃນກົມອາຫານ ແລະ ຢາເຂົ້້າຮ່ວມລວມທັງໝົດ 129 ທ່ານ.

ວັນທີ: 22/02/2024


ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານການເຝົ້າລະວັງຄວາມປອດໄພຂອງຢາ ປີ 2020-2023 ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການຫັນສາ 1 1 DLIC ປີ 2023 ໃນວັນທີ 31 ມັງກອນ ຫາ ວັນທີ 02 ກຸມພາ 2024

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານການເຝົ້າລະວັງຄວາມປອດໄພຂອງຢາ ປີ 2020-2023 ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການຫັນສາ 1 ໃນວັນທີ 31 ມັງກອນ ຫາ ວັນທີ 02 ກຸມພາ 2024. ໂດຍການເປັນປະທານຂອງ ປອ. ດຣ ສຸລິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ. ຜູ້ແທນເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຄະນະຈາກ ກົມຄວບຄຸມພະຍາດຕິດຕໍ່, ກົມແຜນການ ແລະ ການເງິນ, 05 ໂຮງໝໍ ສູນກາງ,  ກອງກວດກາອາຫານ ແລະ ຢາ, ສູນສະໜອງຢາ ແລະ ອຸປະກອນການແພດ, ສູນສຸຂະພາບແມ່ ແລະ ເດັກ, ສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສຳພັນ, ສູນຄວບຄຸມວັນນະໂລກແຫ່ງຊາດ, ສູນໄຂ້ຍູງ-ແມ່ກາຟາກ ແລະ ແມງໄມ້, ຂະແໜງອາຫານ ແລະ ຢາ ນະຄອນຫຼວງ, ຂະແໜງອາຫານ ແລະ ຢາ ແຂວງ ໂຮງໝໍແຂວງ ຂອງ 17 ແຂວງ ທົ່ວປະເທດ ແລະ ບັນດາທ່ານ ຈາກພະແນກການພາຍໃນ ກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ  143 ທ່ານ.

ວັນທີ: 14/02/2024


ວຽກງານການລົງຕິດຕາມກວດກາຂອງໜ່ວຍງານອະນາໄມສີ່ງແວດລ້ອມ ແລະ ອາຫານປອດໄພ ຮັບໃຊ້ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມອື່ນໆ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024

ໃນລະຫວ່າງວັນທີ 22 ຫາ 30 ມັງກອນ 2024 ໜ່ວຍງານອະນາໄມສີ່ງແວດລ້ອມ ແລະ ອາຫານປອດໄພ ຈາກສູນກາງ ຮ່ວມກັບ ໜ່ວຍງານອະນາໄມສີ່ງແວດລ້ອມ ແລະ ອາຫານປອດໄພ ແຂວງ ຫຼວງພະບາງ ໄດ້ລົງຕິດຕາມກວດກາສຸຂະນາໄມ-ອາຫານ ຢູ່ບັນດາໂຮງແຮມໃນນະຄອນຫຼວງພະບາງ ທີ່ສະໜອງອາຫານໃຫ້ຜູ້ແທນ ໃນກອງປະຊຸມ ປະຊຸມອາຊຽນ ແລະ ອາຊຽນ+3 ຂະແໜງການເງິນ-ທະນາຄານ ປະຈໍາປີ 2024 ແລະ ໃນຊ່ວງໄລຍະວັນເວລາດຽວກັນນີ້ 22-26 ມັງກອນ 2024 ທິມງານອາຫານປອດໄພ ກໍ່ໄດ້ລົງຊຸກຍູ້ກວດກາເຝົ້້າລະວັງດ້ານຄວາມປອດໄພອາຫານ, ສຸຂະນາໄມ ແລະ ອາຫານ ຮັບໃຊ້ກອງປະຊຸມ ອາຊຽນ ຂອງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ. ໂດຍພາຍໄຕ້ການຊີ້ນໍາ ຂອງກົມອາຫານ ແລະ ຢາ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ພະແນກສາທາລະນະສຸກແຂວງຫວລພະບາງ ເພື່ອຮັບປະກັນ ຄຸນນະພາບ ແລະ ຄວາມປອດໄພອາຫານ ໃຫ້ແກ່ ຜູ້ແທນຈາກບັນດາປະເທດອາຊຽນ ທີ່ ມາປະຊຸມ ຢູ່ ສປປ ລາວ.

ວັນທີ: 30/01/2024


ກອງປະຊຸມຜ່ານຮ່າງປັບປຸງບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດ ສະບັບທີ IX

ວັນທີ 23 ມັງກອນ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຜ່ານຮ່າງປັບປຸງບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດ ສະບັບທີ 9 ຢູ່ທີ່ກະຊວງສາທາລະນະສຸກ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ສຸລິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ສະຖາບັນການແພດ-ການຢາພື້ນເມືອງ, ແພດຊ່ຽວຊານຈາກບັນດາໂຮງໝໍສຸນກາງ ແລະ ວິຊາການທີ່ກ່ຽວຂ້ອງຈາກ ກົມອາຫານ ແລະ ຢາ ລວມທັງໝົດ 21 ທ່ານ.

ວັນທີ: 25/01/2024


ກອງປະຊຸມ ແລະ ພິທີພົບປະແລກປ່ຽນບົດຮຽນດ້ານການຢາ-ການແພດພື້ນເມືອງ ແລະ ອວຍພອນເນື່ອງໃນວັນທີ 20 ມັງກອນ ຄົບຮອບ 75 ປີ

ກົມອາຫານ ແລະ ຢາ ພ້ອມດ້ວຍສາຍແຜນງານ ອາຫານ ແລະ ຢາ ໄດ້ຈັດກອງປະຊຸມ ແລະ ພິທີພົບປະແລກປ່ຽນບົດຮຽນດ້ານການຢາ-ການແພດພື້ນເມືອງ ແລະ ອວຍພອນເນື່ອງໃນວັນທີ 20 ມັງກອນ ຄົບຮອບ 75 ປີ ໃນວັນທີ 18 ມັງກອນ 2024 ທີ່ ສະຖາບັນການຢາ-ການແພດພື້ນເມືອງກອງທັບ.

 

ວັນທີ: 22/01/2024


ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA