ຂ່າວສານ ແລະ ເຫດການ
ກອງປະຊຸມຄະນະຂອງຄະນະກຳມະການວິຊາຊີບເພສັຊກັມປະຈຳເດືອນ ມັງກອນ 2024
ໃນຕອນເຊົ້າຂອງວັນທີ 17 ມັງກອນ 2024 ໄດ້ມີການຈັດກອງປະຊຸມຄະນະກໍາມະການວິຊາຊີບເພສັຊກັມປະຈຳເດືອນ ມັງກອນ 2024. ໂດຍການເປັນປະທານຂອງ ທ່ານ ອາຈານຖະໜອມ ອິນສານ ຫົວໜ້າຄະນະກຳມະການວິຊາຊີບເພສັຊກັມ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ຮອງສາດສະດາຈານ ດຣ ອຸທິບ ສູນທະວົງ ຮອງຄະນະກຳມະການວິຊາຊີບເພສັຊກັມ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ, ອຈ.ສຸນັນທາ ສຸວັນລາສີ ຄະນະບໍດີຄະນະເພສັຊສາດ, ຄະນະ ແລະ ກອງເລຂາກອງປະຊຸມຈາກ ກົມອາຫານ ແລະ ຢາ ແລະ ມະຫາວິທະນາໄລວິທະຍາສາດສຸຂະພາບ ເຊິ່ງກອງປະຊຸມໄດ້ຈັດຢູ່ຫ້ອງປະຊຸມກະຊວງສາທາລະນະສຸກຊັ້ນ 05 ລວມທັງໝົດ 11 ທ່ານ.
ກອງປະຊຸມຖອດຖອນບົດຮຽນປະຈໍາປີ 2023 ກ່ຽວກັບ ວຽກງານການຈັດຕັ້ງປະຕິບັດການຄຸ້ມຄອງການຢາໂຮງໝໍທີ່ດີ ແລະ ການຕິດຕາມການຊົມໃຊ້ຢາຕ້ານເຊື້ອ
ໃນລະຫວ່າງວັນທີ 25-27 ທັນວາ 2023 ກົມອາຫານ ແລະ ຢາໄດ້ຈັດກອງປະຊຸມຖອດຖອນບົດຮຽນປະຈໍາປີ 2023 ກ່ຽວກັບ ວຽກງານການຈັດຕັ້ງປະຕິບັດການຄຸ້ມຄອງການຢາໂຮງໝໍທີ່ດີ ແລະ ການຕິດຕາມການຊົມໃຊ້ຢາຕ້ານເຊື້ອ ທີ່ໂຮງງແຮມດອນຈັນພາເຣດ ນະຄອນຫຼວງວຽງຈັນ (ເອົາຕາມປ້າຍກອງປະຊຸມ). ໂດຍການເປັນປະທານຂອງ ທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ປະທານຮ່ວມ ທ່ານ ປອ ດຣ ສຸລິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ. ນ. ຢູລີ ປາກ ຜູ້ປະສານງານຈາກອົງການອະນາໄມໂລກ ວຽກງານສາທາລະນະສຸກ ປະຈໍາ ສປປ ລາວ. ມີຜູ້ເຂົ້າຮ່ວມມາຈາກ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມຄວບຄຸມພະຍາດຕິດຕໍ່, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ສູນສະໜອງຢາ-ອຸປະກອນການແພດ, ສູນວິເຄາະ ແລະ ລະບາດວິທະຍາ, ສູນເມລີເອີ, 05 ໂຮງໝໍ ສູນກາງ, LOMWRU, ຂະແໜງອາຫານ ແລະ ຢາ ນະຄອນຫຼວງ, ຂະແໜງອາຫານ ແລະ ຢາ ແຂວງ , ໂຮງໝໍແຂວງ ຂອງ 17 ແຂວງ ທົ່ວປະເທດ, ໜ່ວຍງານອາຫານ ແລະ ຢາ ເມືອງ ແລະ ໂຮງໝໍ ຊຸມຊົນ ຂອງ 11 ເມືອງ ແຂວງ ວຽງຈັນ ແລະ 14 ເມືອງ,01 ນະຄອນ ຂອງແຂວງ ສະຫວັນນະເຂດ, ບັນດາທ່ານ ຈາກພະແນກການພາຍໃນ ກົມອາຫານ ແລະ ຢາ ແລະ ຈາກ ອົງການຈັດຕັ້ງສາກົນ: ອົງການ ອະນາໄມໂລກ, ອົງການ Flemming Fund, ລວມຜູ້ເຂົ້າຮ່ວມທັງໝົດ 186 ທ່ານ.
ກອງປະຊຸມຄົບຄະນະຂອງຄະນະກຳມະການວິຊາຊີບເພສັຊກັມ
ໃນຕອນເຊົ້າຂອງວັນທີ 21 ທັນວາ 2023 ໄດ້ມີການຈັດກອງປະຊຸມຄົບຄະນະກຳມະການວິຊາຊີບເພສັຊກັມ. ໂດຍການເປັນປະທານຂອງ ທ່ານ ອາຈານຖະໜອມ ອິນສານ ຫົວໜ້າຄະນະກຳມະການວິຊາຊີບເພສັຊກັມ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ທ່ານ ຮອງສາດສະດາຈານ ດຣ ອຸທິບ ສູນທະວົງ ຮອງຄະນະກຳມະການວິຊາຊີບເພສັຊກັມ ທ່ານ ດຣ ສີວົງ ແສງອາລຸນເດດ ຄະນະກຳມະການວິຊາຊີບເພສັຊກັມ, ຄະນະ ແລະ ກອງເລຂາກອງປະຊຸມຈາກ ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ມະຫາວິທະນາໄລວິທະຍາສາດສຸຂະພາບ ເຊິ່ງກອງປະຊຸມໄດ້ຈັດຢູ່ຫ້ອງປະຊຸມສະພາວິຊາຊີບປິ່ນປົວ ແລະ ເຂົ້າຮ່ວມກອງປະຊຸມທາງໄກຜ່ານລະບົບ Zoom ລວມທັງໝົດ 13 ທ່ານ.
ອົບຮົມການກວດກາການຜະລິດທີ່ດີ
ການຝຶກອົບຮົມ ກ່ຽວກັບການກວດກາການຜະລິດທີດີ ໃຫ້ແກ່ພະນັກງານກວດກາ GMP ຂອງກະຊວງສາທາລະນະສຸກ ໄດ້ຈັດຂຶ້ນ ລະຫວ່າງວັນທີ 16-27 ຕຸລາ 2023 ທີ່ໂຮງແຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການສະໜັບສະໜູນ ຈາກອົງການອະນາໄມໂລກ.
ກອງປະຊຸມປຶກສາຫາລືກ່ຽວກັບຄວາມຍຶນຍົງໃນການຜະລິດເກືອປະສົມສານໂປຕາຊຽມໄອໂອເດດ
ໃນວັນທີ 26 ກັນຍາ 2023 ກົມອາຫານ ແລະ ຢາ ໄດຈັດກອງປະຊຸມປຶກສາຫາລືກ່ຽວກັບຄວາມຍືນຍົງໃນການຜະລິດເກືອປະສົມສານໂປຕາຊຽມໄອໂອເດດ ທີ່ ໂຮງແຮມດອນຈັນພາເລດ. ໂດຍການເປັນປະທານຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ Hari Vinathan ຊ່ຽວຊານດ້ານໂພຊະນາການ
ປະກາດຂອງກົມແຜນການ ແລະ ການເງິນ, ປະກາດການສໍາເລັດ ຊຸດເອກະສານຂອບຂ່າຍຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ສໍາລັບໂຄງການ ເຂົ້າເຖິງການບໍລິການສຸຂະພາບ ແລະ ໂພສະນາການ ໄລຍະ 2
ປະກາດ
ກົມແຜນການ ແລະ ການເງິນ, ກະຊວງສາທາລະນະສຸກ ຂໍປະກາດວ່າ ໂຄງການໄດ້ສໍາເລັດ ຊຸດເອກະສານຂອບຂ່າຍຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ສຳລັບໂຄງການເຂົ້້າເຖີງການບໍລິການສຸຂະພາບ ແລະ ໂພຊະນາການ (ໂຄງການ ຂ-ບສພ) ໄລຍະ 2 ຕາມນະໂຍບາຍຂອງທະນາຄານໂລກ ຊຶ່ງເອກະສານດັ່ງກ່າວປະກອບມີ:
- ຂອບຂ່າຍຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງ ໂຄງການ ຂ-ບສພ 2 (ESMF)
- ແຜນພັນທະນາດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງ ໂຄງການ ຂ-ບສພ 2 (ESCP)
- ແຜນການມີສ່ວນຮ່ວມຂອງຜູ້ທີ່ມີສ່ວນກ່ຽວຂ້ອງ ຂອງ ໂຄງການ ຂ-ບສພ 2 (SEP)
- ບົດລາຍງານການປະເມີນສິ່ງແວດລ້ອມ ແລະ ສັງຄົມແບບເລັ່ງດ່ວນ (RESAR)
- ມາດຕະຖານການດຳເນີນງານ ການປະສານງານ, ການຄຸ້ມຄອງການປະສານງານ ແລະ ການສົ່ງຕໍ່ ແມ່ຍິງ ແລະ ເດັກຍິງ ທີ່ຖືກຄວາມຮຸນແຮງ
ຖ້າທ່ານໃດມີຄວາມສົນໃຈ ກະລຸນາ ເຂົ້້າເບິ່ງໄດ້ ທີ່ http://www. fdd.gov.la ຫຼື ຖ້າຕ້ອງການນໍາໃຊ້ກະລຸນາຕິດຕໍ່ກັບ ຫ້ອງການປະສານງານໂຄງການ ຂ-ບສພ, ກົມແຜນການ ແລະ ການເງິນ, ກະຊວງສາທາລະນະສຸກ ໂທລະສັບ: 021-252753, E-mail: hansaadm2019@gmail.com
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານພາລາທິການ, ເຜີຍແຜ່ ຄູ່ມືພະລາທິການ ໃນພາວະສຸກເສີນໄພພິບັດ, ຜົນການສຳຫຼວດສາງ ແລະ ນິຕິກຳຄຸ້ມຄອງດ້ານຢາ
ໃນລະຫວ່າງວັນທີ 23-25 ສິງຫາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານພາລາທິການ, ເຜີຍແຜ່ ຄູ່ມືພະລາທິການໃນພາວະສຸກເສີນໄພພິບັດ, ຜົນການສຳຫຼວດສາງ ແລະ ນິຕິກຳຄຸ້ມຄອງດ້ານຢາ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ສຸລິສັກ ສຸນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ. ເຊິ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກ ກົມຄວບຄຸມພະຍາດຕິດຕໍ່, ກົມອະນາໄມ-ສົ່ງເສີມສຸຂະພາບ, ຂະແໜງອາຫານ ແລະ ຢາ ຂະແໜງປີ່ນປົວ ແລະ ຟື້ນຟູໜ້າທີ່ການ ຂະແໜງວິເຄາະ ຂະແໜງລະບາດວິທະຍາ ຂະແໜງສົ່ງເສີມສຸຂະພາບ ທີ່ມາຈາກນະຄອນຫຼວງ ແລະ 17 ແຂວງ, ອົງການ CHAI, ຊ່ຽວຊານພະລາທິການ ແລະ ພະນັກງານຈາກກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ 109 ທ່ານ.
ກອງປະຊຸມເຜີຍແຜ່ແຜນຍຸດທະສາດຂອງການພັດທະນາ ວຽກງານການຢາໂຮງໝໍ 2021-2030 ຮັບຮອງ ຮ່າງມາດຕະຖານການຢາໂຮງໝໍ, ຮ່າງຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດ ສັນຍາຈັດຊື້ຮ່ວມກັນ ປີ 2023 ແລະ ຮ່າງໃບສັ່ງຊື້
ໃນວັນທີ 16-18 ສິງຫາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມເຜີຍແຜ່ແຜນຍຸດທະສາດຂອງການພັດທະນາ ວຽກງານການຢາໂຮງໝໍ 2021-2030 ຮັບຮອງຮ່າງມາດຕະຖານການຢາໂຮງໝໍ, ຮ່າງຄຳແນະນຳກ່ຽວກັບການປະຕິບັດສັນຍາຈັດຊື້ຮ່ວມກັນ ປີ 2023 ແລະ ຮ່າງໃບສັ່ງຊື້. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ສຸລິສັກ ສຸນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ, ເຊິ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກຫ້ອງການກະຊວງສາທາລະນະສຸກ, ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມຈັດຕັ້ງ-ພະນັກງານ, ຄະນະເພສັດສາດ, 05 ໂຮງໝໍສູນກາງ, ໂຮງໝໍແຂວງຈາກ 10 ແຂວງເຂົ້າຮ່ວມມີ ແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ສາລະວັນ ແລະ ແຂວງຈຳປາສັກ, ພ້ອມດ້ວຍພະນັກງານຈາກກົມອາຫານ ແລະ ຢາ ແລະ ຊ່ຽວຊານພາລະທິການເຂົ້າຮ່ວມທັງໝົດ 72 ທ່ານ.
ກອງປະຊຸມຜ່ານຮ່າງປັບປຸງບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດ ສະບັບທີ IX
ວັນທີ 8 ສິງຫາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຜ່ານຮ່າງປັບປຸງບັນຊີຢາຈຳເປັນຂັ້ນພື້ນຖານແຫ່ງຊາດ ສະບັບທີ 9 ຢູ່ທີ່ຕຶກກະຊວງສາທາລະນະສຸກຕຶກເກົ່າ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີພາກສ່ວນ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ຫ້າໂຮງໝໍສຸນກາງ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ຫ້ອງການປະກັນສຸຂະພາບ, ແພດຊ່ຽວຊານ, ຫົວໜ້າພະແນກ ແລະ ວິຊາການພາຍໃນກົມອາຫານ ແລະຢາ ເຂົ້້າຮ່ວມ 25 ທ່ານ.
ກອງປະຊຸມເປີດກ້ວາງຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຂື້ນທະບຽນຜະລິດຕະພັນເສີມສຸຂະພາບ
ວັນທີ 26-28 ກໍລະກົດ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມເປີດກ້ວາງຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຂື້ນທະບຽນຜະລິດຕະພັນເສີມສຸຂະພາບ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ເຂົ້້າຮ່ວມກອງປະຊຸມໃນຄັ້ງນີ້ມີ ສູນວິໄຈອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ສະຖາບັນການແພດ ແລະ ການຢາພື້ນເມືອງ, ພະແນກສາທານະສຸກ ນະຄອນຫຼວງ, ຄະນະເພສັດສາດ, ຜູ້ດຳເນີນທຸລະກິດ ແລະ ຄະນະພະແນກພາຍໃນ ກົມອາຫານ ແລະ ຢາ ພ້ອມດ້ວຍວິຊາການເຂົ້າຮ່ວມ ລວມທັງໝົດ 44 ທ່ານ.