ການສືບຕໍ່ຈັດຕັ້ງຜັນຂະຫຍາຍດຳລັດ155/ນຍກ່ຽວກັບການ ສົ່ງເສີມການນຳໃຊ້ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ
ປະກາດວັນທີ: 21/11/2015 | ຜູ້ປະກາດ: Xiong T
ປັບປຸງວັນທີ: 06/01/2016 | ຜູ້ປັບປຸງ: Xiong T
![]() |
| ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍດຳລັດ155/ນຍ ກ່ຽວກັບ ການສົ່ງເສີມການນຳໃຊ້ ແລະ ປົກປັກຮັກສາຊັບພະຍາກອນທຳ ມະຊາດທີ່ເປັນຢາ ແລະ ເພື່ອສືບຕໍ່ໃຫ້ມີການເພີ່ມທະວີຮ່ວມມື ກັບບັນດາຂະແໜງການທີ່ກ່ຽວ ຂ້ອງກ່ຽວກັບວຽກງານຄຸ້ມຄອງ ຊັບພະຍາກອນທໍາມະຊາດທີ່ເປັນຢາ ໄດ້ຖືກອະນຸລັກບໍ່ໃຫ້ມີການດັບສູນ... |
![]() ![]() ![]() |
|
ບົດຂ່າວໂດຍ: ວົງຕະກຸນ ສົມສະໝຸດ, ພະແນກຄຸ້ມຄອງຢາພື້ນເມືອງ ກົມອາຫານ ແລະ ຢາ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍດຳລັດ155/ນຍ ກ່ຽວກັບການສົ່ງເສີມການນຳໃຊ້ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ ແລະ ເພື່ອສືບຕໍ່ໃຫ້ມີການເພີ່ມທະວີຮ່ວມມືກັບບັນດາຂະແໜງການທີ່ກ່ຽວຂ້ອງກ່ຽວກັບວຽກງານຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ເປັນຢາ ໄດ້ຖືກອະນຸລັກ ໃຫ້ຄົງຢູ່ຕະຫລອດໄປ. ດັ່ງນັ້ນ, ກົມອາຫານ ແລະ ຢາ ໂດຍການສົມທົບກັບຂະແໜງອາຫານ ແລະ ພະແພກສາທາລະນະສຸກ ແຂວງ ໄດ້ຈັດປະຊຸມສໍາມະນາ ຂຶ້ນທີ່ແຂວງ ຫລວງນໍ້າທາ 4-6 ພະຈິກ ເຊິ່ງຈຸດປະສົງເພື່ອ: - ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດດຳລັດ 155/ນຍ. ກ່ຽວກັບການສົ່ງເສີມການນຳໃຊ້ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດທີ່ເປັນຢາ. - ເພື່ອອົບຮົມ-ຍົກລະດັບຄວາມຮູ້ໃຫ້ພະນັກງານປະຈຳດ່ານ ແລະ ບັນດາພາກສ່ວນກ່ຽວຂ້ອງ ສາມາດເຂົ້າໃຈ ແລະ ຮັບຮູ້ໄດ້ກ່ຽວກັບບັນຊີຕົ້ນໄມ້ເປັນຢາ 50 ລາຍການ ເພື່ອຜັນຂະຫຍາຍໃນການຈັດຕັ້ງປະຕິບັດ ການຕິດຕາມ, ກວດກາ, ອະນຸມັດນຳເຂົ້າ-ສົ່ງອອກຂອງບັນດາ ຫົວໜ່ວຍເຄື່ອນໄຫວທຸລະກິດດ້ານຢາພື້ນເມືອງໃຫ້ຖືກຕ້ອງ ແລະ ໄປຕາມລະບຽບການທີ່ວາງອອກ. - ເພື່ອແລກປ່ຽນຄວາມຄິດເຫັນ ແລະ ຂໍ້ສະເໜີຕໍ່ວຽກງານດັ່ງກ່າວໃຫ້ຮັບຄວາມຮ່ວມມືປະສານງານລະຫວ່າງກະຊວງສາທາລະນະສຸກ-ອົງການກ້ຽວຂ້ອງໃນການຄຸ້ມຄອງກວດກາໃຫ້ຮັດກຸມ ແລະ ດີກ່ວາເກົ່າ - ເພື່ອຊຸກຍູ້ບັນດາພາກສ່ວນຕ່າງໆ ທີ່ດຳເນີນທຸລະກິດ ດ້ານຢາພື້ນເມືອງ ໃຫ້ປະຕິບັດຕາມລະບຽບກົດໜາຍທີ່ວາງອອກ, ໃຫ້ມີການປະສານງານລະຫວ່າງຂະແໜງການທີ່ກ່ຽວຂ້ອງໃຫ້ຖືກຕ້ອງ ແລະ ສົ່ງເສີມຊັບພະຍາກອນທຳມະຊາດທີ່ເປັນຢາໃຫ້ກາຍເປັນສິນຄ້າເສດຖະກິດຂອງປະເທດ, ນຳໃຊ້ຊັບພະຍາກອນ ເຂົ້າມາປິ່ນປົວຮັກສາໃນບັນດາຕາໜ່າງສາທາລະນະສຸກ, ນຳໃຊ້ ແລະ ປົກປັກຮັກສາໃຫ້ມີລັກສະນະແບບຍືນຍົງ. ຜົນໄດ້ຮັບຂອງກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມອົບຮົມໃນສາມາດຮັບຮູ້ໄດ້ ແລະ ມີຄວາມເຂົ້າໃຈເລິ່ງເຊິ່ງຂຶ້ນ ເຖິງຄວາມສໍາຄັນຂອງພືດທີ່ເປັນຢາ ໂດຍສະເພາະພືດທີ່ນອນຢູ່ໃນບັນຊີພືດເປັນຢາ ໃນຈໍານວນ 50 ລາຍການ. ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ ແລະ ເຂົ້າໃຈຕື່ມເຖິງລະບຽບການຕ່າງໆ ທີ່ກ່ຽວຂ້ອງ ແລະ ຂະບວນການ ກວດກາ, ຄວບຄຸມການນໍາເຂົ້າ-ສົ່ງອອກຊັບພະຍາກອນທໍາມະຊາດການທີ່ເປັນຢາປະຈຳດ່ານ ແລະຈະມີຄວາມເປັນເອກະພາບ, ສໍາລັບການປະຕິບັດຮ່ວມນຳຂະແໜງການທີ່ກ່ຽວຂ້ອງໃນຕໍ່ຫນ້າ. ພາຍຫລັງສໍາເລັດກອງປະຊຸມຄັ້ງນີ້ແລ້ວ ກົມອາຫານ ແລະ ກະຊວງສາທາລະນະສຸກ ຈະໄດ້ສືບຕໍ່ຈັດຕັ້ງກອງປະຊຸມໃນແຂວງອື່ນໆອີກ ເຊັ່ນ: ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ. |
.jpg)

